10 ເຕັກໂນໂລຊີທີ່ຈະເກີດຂຶ້ນໃນປີ 2020

134

ເຕັກໂນໂລຊີປ່ຽນແປງຢ່າງວ່ອງໄວ ເຮັດໃຫ້ຄາດການໄດ້ຍາກວ່າແມ່ນຫຍັງຈະເກີດຂຶ້ນໃນອະນາຄົດ, ແຕ່ຍ້ອນຂໍ້ມູນທີ່ເກີດຂຶ້ນມະຫາສານ ເຮັດໃຫ້ເຮົາພໍທີ່ຈະຄາດການໄດ້ວ່າໃນປີ 2020 ນີ້ ຈະມີເຕັກໂນໂລຊີຫຍັງແດ່ເກີດຂຶ້ນ ຈາກຂໍ້ມູນສຳນັກຂ່າວໃຫຍ່ໆທົ່ວໂລກຄາດວ່າຈະມີ 10 ເຕັກໂນໂລຊີທີ່ຈະເກີດຂຶ້ນໃນປີ 2020 ນີ້.

1 ລົດຍົນຂັບເຄື່ອນອັດຕະໂນມັດ ຫຼື Autonomous Cars Autonomous Cars: ຈະຖືກເຂົ້າມາໃຊ້ງານຈິງໃນຊີວິດປະຈຳວັນຂອງມະນຸດ ຫຼັງຈາກທີ່ຫຼາຍບໍລິສັດໄດ້ມີການທົດສອບຢ່າງໜັກ ໂດຍຫວັງວ່າມັນຈະຊ່ວຍຫຼຸດອຸບັດເຫດຕາມຖະໜົນ, ສ້າງຮູບແບບການຂົນສົ່ງໃໝ່ໆ ແລະ ອາດສ້າງທຸລະກິດໃໝ່ຫຼາຍຂຶ້ນ.

2 ການຮຽນຮູ້ບໍ່ມີສິ້ນສຸດ ຫຼື Learning Loops Learning Loops: ເຕັກໂນໂລຊີ Machine Learning ຈະຖືກໃຊ້ຢ່າງມີປະສິດທິພາບຫຼາຍຂຶ້ນໃນດ້ານທຸລະກິດ.

3 blockchain: ໃນປີ 2020 blockchain ຈະເປັນເຕັກໂນໂລຊີຂະໜາດໃຫຍ່ທີ່ສ້າງຄວາມສົນໃຈໃຫ້ຜູ້ບໍລິໂພກໃນຫຼາຍໆດ້ານ ດ້ວຍ ຄວາມທີ່ມີຄວາມປອດໄພສູງຈຶ່ງຫຼຸດຄວາມຕ້ອງການຜູ້ກວດສອບຄວາມຖືກຕ້ອງຂອງບຸກຄົນທີ່ສາມ ຫຼື ຈະຊື້ – ຂາຍທີ່ບໍ່ຕ້ອງເພິ່ງໜ່ວຍງານກາງ ເຮັດໃຫ້ຕົ້ນທຶນຂອງສິນຄ້າຫຼຸດລົງ.

4 Autonomous Delivery: ຫຼາຍຄົນອາດຄິດເຖິງ Autonomous Cars ແຕ່ໃນທີ່ນີ້ມັນກຳລັງໝາຍເຖິງ Drone ແລະ Drone ຖືກໃຊ້ໃນຫຼາຍອຸດສາຫະກຳມາແລ້ວ, ແຕ່ອຸປະສັກສຳຄັນຄືກົດໝາຍຮັບຮອງຂອງແຕ່ລະປະເທດ.

5 Augmented Reality: ເຖິງວ່າ Google Glass ຈະບໍ່ໄດ້ປິດຕົວຕາມແຜນທີ່ວາງໄວ້, ແຕ່ບໍ່ໄດ້ໝາຍຄວາມວ່າ Augmented Reality ຈະບໍ່ເກີດຂຶ້ນ ເພາະເວລານີ້ຫຼາຍບໍລິສັດ ແລະ ຫຼາຍທຸລະກິດເລີ່ມຄິດທີ່ຈະນຳ Augmented Reality ມາໃຊ້ປະໂຫຍດໃນທາງທຸລະກິດຫຼາຍຂຶ້ນ ແລະ ຫຼ້າສຸດ Facebook ເອງກໍໄດ້ພັດທະນາ EYES OS ຂຶ້ນມາໃຊ້ເອງ ເພາະໃນອະນາຄົດຄົນຈະໃຊ້ເຕັກໂນໂລຊີທີ່ກ່ຽວຂ້ອງກັບດວງຕາຫຼາຍຂຶ້ນ.

6 ເຕັກໂນໂລຊີ 5G: ຈະເປັນຮາກຖານສຳຄັນຂອງທຸກເຕັກໂນໂລຊີທັງ AI, IoT, Blockchain, Augmented Reality ດ້ວຍການເຊື່ອມຕໍ່ທີ່ວ່ອງໄວ ແລະ ຄ່າ latency ທີ່ຕ່ຳ ຈະເຮັດໃຫ້ເຕັກໂນໂລຊີຢ່າງ Autonomous Cars ແລະ Autonomous Delivery ໃຊ້ໄດ້ຢ່າງມີປະສິດທິພາບ.

7 ປັນຍາປະດິດເພື່ອ ຄວາມປອດໄພສ່ວນບຸກຄົນ ຫຼື Artificial Intelligence For Personal Security: ອຸປະກອນກວ່າ 3 ໝື່ນລ້ານເຄື່ອງບໍ່ວ່າຈະເປັນ Smart phone, Smart Watch ຫຼື ອຸປະກອນ IoT ຕ່າງໆ ກຳລັງກາຍເປັນເປົ້າໝາຍການໂຈມຕີຈາກແຮັກເກີ ແລະ ດ້ວຍຂໍ້ມູນມະຫາສານທີ່ຫຼາຍຄົນຍິນດີທີ່ຈະແບ່ງປັນສູ່ສັງຄົມອອນລາຍ ເຮັດໃຫ້ການຈັດການຂໍ້ມູນພວກນີ້ເປັນເລື່ອງຍາກ  ຈຶ່ງເກີດມີທ່າອ່ຽງທີ່ຈະໃຊ້ AI ໃນການຮັກສາຄວາມປອດໄພຂໍ້ມູນໃນລະດັບສ່ວນບຸກຄົນ ເພື່ອຫຼຸດການເສຍຫາຍຫາກເກີດການໂຈມຕີຂຶ້ນ.

8 ປັນຍາປະດິດ ຫຼື Artificial Intelligence For Customer Service: ເພື່ອໃຊ້ໃນການບໍລິການລູກຄ້າເຊິ່ງຈະຄ້າຍໆກັບ Learning Loop ແຕ່ຈະເນັ້ນການບໍລິການລູກຄ້າ, ການຕອບສະໜອງຕໍ່ລູກຄ້າ, ການເຂົ້າໃຈລູກຄ້າ, ການເຮັດໃຫ້ລູກຄ້າກັບມາຊື້ຊ້ຳ.

9 Smart Grid: ຄືລະບົບໂຄງຂ່າຍສຳລັບສົ່ງໄຟຟ້າອັດສະລິຍະແບບຄົບວົງຈອນ ໂດຍໃຊ້ເຕັກໂນໂລຊີດິຈິຕອລ ເຊິ່ງເຮັດໜ້າທີ່ສົ່ງໄຟຟ້າຈາກຜູ້ໃຫ້ບໍລິການໄປຫາຜູ້ໃຊ້ບໍລິການ ດ້ວຍລະບົບການສື່ສານສອງທາງເພື່ອຄວບຄຸມເຄື່ອງໃຊ້ໄຟຟ້າ ເຊິ່ງຈະຊ່ວຍໃຫ້ສາມາດບໍລິຫານຈັດການການໃຊ້ພະລັງງານໄຟຟ້າໄດ້ຢ່າງມີປະສິດທິພາບ.

10 Expansion Of Voice User Interface Expansion Of Voice User Interface: ຄືການສື່ສານລະຫວ່າງມະນຸດ ແລະ ເຄື່ອງຈັກ ຈຶ່ງບໍ່ແປກໃຈທີ່ເຫຼົ່າບັນດາຜູ້ພັດທະນາ AI ຈະຕ້ອງພະຍາຍາມຫາວິທີທີ່ຈະໃຫ້ເຄື່ອງຈັກສົນທະນາກັບມະນຸດຮູ້ເລື່ອງ.

( ໂດຍ: ສົມລົດ )

( ທີ່ມາ: www.techhub.in.th )