ຍິນດີນໍາໜຸ່ມ ພອນໄຊ ແກ້ວວົງກົດ ຄວ້າຮອງອັນດັບ 1 ຈາກງານປະກວດເທບພະບຸດນາຄາ ປີທີ3

108

ຂໍສະແດງຄວາມຍິນດີນໍາໜຸ່ມ ໄຊ ພອນໄຊ ແກ້ວວົງກົດ ຄວ້າຮອງອັນດັບໜຶ່ງຈາກເວທີປະກວດຊາຍງາມ ເທບພະບຸດນາຄາ ປີທີ3 ທີຄຳຊະໂນດ ຈັງຫວັດອຸດອນ ປະເທດໄທ ຈັດຂຶ້ນລະຫວ່າງວັນທີ 25-26 ມັງກອນ 2020 ຜ່ານມາ

ເປັນເວທີໜຶ່ງທີ່ເປີດໂອກາດໃຫ້ບັນດາໜຸ່ມໆ ທັງໄທ ແລະ ລາວ ໄດ້ໂຊຄວາມສາມາດ, ຄວາມງາມ, ບຸກຄະລິກກະພາບທີ່ດີຂອງຕົນ ລວມທັງແນວຄວາມຄິດ, ວິໄສທັດຕ່າງໆ ໃຫ້ໄດ້ແລກປ່ຽນເຊິ່ງກັນ ແລະ ກັນ

ສໍາລັບຮອບຕັດສິນແມ່ນວັນທີ 26 ມັງກອນ 2020 ຜ່ານມາ ທີ່ໜຸ່ມ ພອນໄຊ ຄວ້າຮອງອັນດັບ 1 ມາຝາກຊາວລາວດ້ວຍການສ່ຽງທາຍ

ໜຸ່ມ ພອນໄຊ ເປັນໜຸ່ມຄົນໜຶ່ງທີ່ເຄີຍປະກວດ Mister International Laos 2019 ແລະ ທາງໂຄງການໄດ້ສົ່ງເຂົ້າປະກວດໃນເວທີ ເທບພະບຸດນາຄາໃນຄັ້ງນີ້ ພ້ອມກັບໝູ່ອີ 4 ທ່ານຄື: ໜຸ່ມເສືອ ຈິດຕະກອນ, ໝຸ່ມ ທິນ ພົມໄມ, ໜຸ່ມ ອ້າຍ ສົມສຸກສະດີ ວົງພັນສີ, ໜຸ່ມແມນ ບົວວອນ ບຸດສະດີ

ໂດຍຫຼັງຈາກຈົບການປະກວດໜຸ່ມໄຊໂພສຜ່ານເຟດບຸກສ່ວນໂຕ (Phonexay Keovongkot) ວ່າ: ການປະກວດນີ້ແມ່ນການປະກວດ ຊາຍງາມ ເທບພະບຸດນາຄາ ປີ3 ຈັດຂຶ້ນທີ່ຄຳຊະໂນດ ອຸດອນທານີ ປະເທດໄທ ລະຫວ່າງ 25-26 ມັງກອນ 2020 ນີ້ ນັບເປັນຄວາມພາກພູມໃຈທີ່ໄດ້ລັງວັນຮອງອຳດັບ1 ແລະ ກໍ່ພາກພູມໃຈໃນຊີວີດ1ໄດ້ໄປກາບຫວາຍພໍ່ປູ່ສີສຸດໂທ

ແນວໃດກໍດີໃຈນໍາເດີ້ໜຸ່ມ ພອນໄຊ