ໄຟຟ້າຫົງສາ ມອບທຶນການສຶກສາແກ່ນັກຮຽນ 3 ເມືອງ

131

ບໍລິສັດ ໄຟຟ້າຫົງສາ ຈຳກັດ ໄດ້ມອບທຶນການສຶກສາໃນລະດັບປະລິນຍາຕີ ປະຈໍາປີ 2019 ຈໍານວນ 5 ທຶນ ລວມມູນຄ່າທັງໝົດ 202.600.000 ກີບ ໃຫ້ແກ່ນັກຮຽນໃນເຂດເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ.

ພິທີມອບທຶນດັ່ງກ່າວຈັດຂຶ້ນໃນວັນທີ 11 ມັງກອນ 2020 ທີ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ມອບໂດຍ ທ່ານ ນາງ ວິສາກອນ ອື້ອາລີກຸນ Director – Corporate Services ຝ່າຍ Corporate Services ( CS ) ບໍລິສັດ ໄຟຟ້າຫົງສາ ຈຳກັດ.

ນັກຮຽນທີ່ໄດ້ຮັບທຶນສຶກສາຕໍ່ໃນມະຫາວິທະຍາໄລແຫ່ງຊາດລາວ ( National University of LAOs ) ທີ່ນະຄອນຫຼວງວຽງຈັນ ຈໍານວນ 2 ຄົນ ຄື: 1. ທ້າວ ສົມບັດ ປອງປັນຍາ ນັກຮຽນຈາກເມືອງຫົງສາ ສຶກສາຕໍ່ໃນສາຂາວິຊາວິສະວະກຳເຄມີ ( Chemical Engineer ), 2. ນາງ ສາຍພິມ ສຸທິໂວຫານ ນັກຮຽນຈາກເມືອງເງິນ ສຶກສາຕໍ່ໃນສາຂາວິຊາວິສະວະກຳສິ່ງແວດລ້ອມ ( Environment Engineer ), ນັກຮຽນທີ່ໄດ້ຮັບທຶນສຶກສາຕໍ່ໃນມະຫາວິທະຍາໄລສຸພານຸວົງ ທີ່ແຂວງຫຼວງພະບາງ ຈໍານວນ 3 ຄົນ ຄື: 1. ນາງ ວັນໄຊ ຊັບໝັ້ນ ນັກຮຽນຈາກເມືອງຫົງສາ ສຶກສາຕໍ່ໃນສາຂາວິຊາວິສະວະກຳຄອມພິວເຕີ ( Computer Engineer ), 2. ທ້າວ ເຊງຊື່ ເຮີ ນັກຮຽນຈາກເມືອງຫົງສາ ສຶກສາຕໍ່ໃນສາຂາວິຊາການເງິນ ( Finance ), 3. ທ້າວ ເນງ ເຮີ ນັກຮຽນຈາກເມືອງຫົງສາ ສຶກສາຕໍ່ໃນສາຂາວິຊາການເງິນ ( Finance ).

ບໍລິສັດຂໍສະແດງຄວາມຍິນດີມາຍັງນ້ອງນັກຮຽນທັງ 5 ຄົນ ທີ່ສາມາດເສັງຕິດ ແລະ ເຂົ້າສຶກສາຕໍ່ພາຍໃນມະຫາວິທະຍາໄລທີ່ມີຊື່ສຽງໃນດ້ານການຮຽນການສອນ ແຫ່ງ ສປປ ລາວ ທັງ 2 ແຫ່ງນີ້ ແລະ ຫວັງເປັນຢ່າງຍິ່ງວ່ານ້ອງໆນັກຮຽນທຸກຄົນຈະໃຊ້ຄວາມຮູ້, ຄວາມສາມາດໃນການສຶກສາຮໍ່າຮຽນມາໃນແຕ່ລະສາຂາວິຊາໄດ້ຢ່າງເຕັມທີ່ ແລະ ມີຄວາມປະພຶດດີ ສົມກັບເປັນນັກສຶກສາທີ່ໄດ້ຮັບທຶນຈາກ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຕະຫຼອດເຖິງການເປັນແບບຢ່າງທີ່ດີໃຫ້ກັບນ້ອງໆນັກຮຽນຮຸ່ນຕໍ່ໄປຂອງໂຮງຮຽນ ແລະ ເປັນຄວາມພູມໃຈຂອງຄອບຄົວ ແລະ ຊຸມຊົນ.