ການນໍາແຂວງ ໄຊຍະບູລີ ອວຍພອນກອງບັນຊາການທະຫານຮາບທີ 2

148

ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 71 ປີ ວັນທີ 20 ມັງກອນ 1949-20 ມັງກອນ 2020 ທີ່ໝູນວຽນມາອີກວາລະໜຶ່ງນັ້ນ, ການນໍາຂອງແຂວງ ໄຊຍະບູລີ ນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ພ້ອມດ້ວຍຫົວໜ້າພະແນກການ, ກົມກອງ, 8 ອົງການຈັດຕັ້ງມະຫາຊົນ, 3 ດ່ານພາສີສາກົນ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ໄດ້ເຂົ້າອວນພອນ, ຄະນະພັກ, ຄະນະບັນຊາ ກອງບັນຊາການທະຫານຮາບທີ 2 ໃນຕອນບ່າຍຂອງວັນທີ 18 ມັງກອນ 2020, ທີ່ຫ້ອງຫ້ອງຮັບແຂກ ກອງບັນຊາການທະຫານຮາບທີ 2, ໃຫ້ການຕ້ອນຮັບໂດຍ ທ່ານ ພັນເອກ.ປອ ສີພອນ ແກ້ວສະໄໝ ຫົວໜ້າການເມືອງ ກອງບັນຊາການທະຫານຮາບທີ 2 ພ້ອມດ້ວຍຄະນະພັກ, ຄະນະບັນຊາກອງບັນຊາການໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະບັນຊາການ ທີ່ຍາມໃດກໍ່ໄດ້ສຸມສະຕິປັນຍາ ເພື່ອຊີ້ນໍາ-ນໍາພາກໍາຄະນະພັກ, ຄະນະບັນ ແລະ ບັນດາກົມກອງທີ່ຂຶ້ນກັບ ເຮັດໜ້າທີ່ໃນການປະຕິບັດວຽກງານປ້ອງກັນຊາດ, ເວົ້າລວມ, ເວົ້າສະເພາະແມ່ນປ້ອງກັນຊາຍແດນຂອງແຂວງ ໄຊຍະບູລີ ດ້ວຍດີຕະຫຼອດມາ, ອັນເຮັດໃຫ້ສະພາບການຮອບດ້ານຂອງແຂວງມີຄວາມສະຫງົບປອດໄພ, ເຮັດໃຫ້ການປະຕິບັດໜ້າທີ່ດ້ານການເມືອງຂອງການນໍາທຸກພາກສ່ວນ, ການພັດທະນາຮອບດ້ານ ຂອງບັນດາເມືອງໃນທົ່ວແຂວງໄດ້ເຄື່ອນໄຫວເຮັດໜ້າທີ່ດັ່ງກ່າວໄດ້ຢ່າງມີຄວາມປອດໄພ, ພ້ອມດຽວກັນຍັງໄດ້ກ່າວອວຍພອນມາຍັງຄະນະພັກ, ຄະນະບັນຊາການ ແລະ ພະນັກງານນັກຮົບທຸກສະຫາຍພາຍໃນກົມກອງຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ, ປາສະຈາກໂລກໄພໄຂ້ເຈັບທຸກປະການ, ພ້ອມກັນສືບຕໍ່ເຮັດໜ້າທີ່ໃນການປ້ອງກັນເຂດນໍ້າແດນດິນຂອງແຂວງ ໄຊຍະບູລີ.

ຈາກນັ້ນ ທ່ານ ພັນເອກ.ປອ ສີພອນ ແກ້ວສະໄໝ ຫົວໜ້າການເມືອງ ກອງບັນຊາການທະຫານຮາບທີ 2 ກໍ່ໄດ້ກ່າວຄໍາຂອບໃຈຕໍ່ການນໍາທຸກພາກສ່ວນຂອງແຂວງ ທີ່ໄດ້ເປັນຫ່ວງເປັນໄຍ ແລະ ອວຍພອນ ຕໍ່ກອງບັນຊາການທະຫານຮາບທີ 2 ຄັ້ງນີ້ ແລະ ໃຫ້ສັນຍາວ່າຈະສືບຕໍ່ເຮັດໜ້າທີ່ວິຊາສະເພາະໃນການປ້ອງກັນແຂວງ ໄຊຍະບູລີ ຕາມທີ່ໄດ້ຮັບມອບໝາຍຈາກຂັ້ນເທິງຢ່າງດີທີ່ສຸດ, ໂອກາດດຽວກັນການນໍາຂອງແຂວງແຕ່ລະພາກສ່ວນກໍ່ໄດ້ມອບກະຕ່າດອກໄມ້, ກະເຊົ້າຂອງຂວັນ, ເຄື່ອງອຸປະໂພກ-ບໍລິໂພ ຈໍານວນໜຶ່ງມອບໃຫ້ກັບກອງບັນຊາການທະຫານຮາບທີ 2.

ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ ນັກຂ່າວຫ້ອງວ່າການ