ຕາດຟານ ສວງສະຫວັນນໍ້າຕົກແຫ່ງຈຳປາສັກ

757
DCIM100MEDIADJI_0165.JPG

ຕາດຟານ ເປັນຕາດທີ່ມີ ຄວາມສູງທີ່ສຸດໃນແຂວງຈຳປາສັກ ແລະ ມີຄວາມສວຍງາມທີ່ສຸດອີກແຫ່ງໜຶ່ງ, ເປັນນໍ້າຕົກທີ່ສູງໃຫຍ່ ແລະ ຊັນ, ມີຄວາມສູງປະມານ 120 ແມັດ, ມີລັກສະນະເປັນນໍ້າສອງສາຍ ຄື: ສາຍຫ້ວຍບັງລຽງ ແລະ ສາຍຫ້ວຍຈິບ ຕົກໃສ່ຫ້ວຍດຽວກັນທີ່ໄຫຼຜ່ານປ່າແລ້ວດິ່ງລົງສູ່ໜ້າຜາສູງຊັນ 90 ອົງສາ.

ນໍ້າຕົກຕາດຟານ ຕັ້ງຢູ່ເຂດບ້ານຫຼັກ 38 ກຸ່ມ 3 ເມືອງປາກຊ່ອງ ແຂວງຈຳປາສັກ, ຫ່າງຈາກຕົວເມືອງປາກຊ່ອງ ໄປຕາມເສັ້ນທາງລົງປາກເຊປະມານ 12 ກິໂລແມັດ, ມີເດີ່ນຮາບພຽງເນື້ອທີ່ 3.250 ຕາແມັດ ແລະ ມີສາລາຮ້າງ 1 ຫຼັງ ( ເຮັດດ້ວຍໄມ້ ) ແລະ ຫ້ອງພັກທີ່ເປັນຣີສອດອັນງົດງາມ; ມີເນື້ອທີ່ສະຫງວນທັງໝົດ 16 ເຮັກຕາ ກັບ 3.250 ຕາແມັດ, ເປັນຕາດທີ່ໄດ້ເປີດເປັນແຫຼ່ງທ່ອງທ່ຽວມາແຕ່ກ່ອນການປົດປ່ອຍ ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງບ້ານດັ່ງກ່າວ. ໃນແຕ່ລະປີເມື່ອຮອດເດືອນ 3 ປະຊາຊົນໃນບ້ານດັ່ງກ່າວເຄີຍຈັດບຸນສະຫຼອງ ຫຼື ບຸນນະມັດສະການປະຈຳປີຂຶ້ນ ເພື່ອບວງສວງສິ່ງສັກສິດໃນບໍລິເວນຕາດຟານ ( ຕາມຄວາມເຊື່ອຂອງປະຊາຊົນ ).

ຕາດຟານ ຢູ່ຫ່າງຈາກບ້ານຫຼັກ 38 ໄປທາງທິດໃຕ້ປະມານ 1 ກິໂລແມັດ, ສາມາດນຳພາຫະນະເຂົ້າ – ອອກ ໄດ້ຢ່າງສະດວກສະບາຍ, ອ້ອມຂ້າງຕາດເປັນປ່າໄມ້ທີ່ອຸດົມສົມບູນເຕັມໄປດ້ວຍຊີວະນາໆພັນ, ມີຈຸດຊົມວິວໃຫ້ນັກທ່ອງທ່ຽວໄດ້ຊົມວິວທີ່ສວຍງາມ, ອີກດ້ານຂອງນໍ້າຕົກນັກທ່ອງທ່ຽວສາມາດມອງເຫັນທັດສະນີຍະພາບຂອງຕາດໃນມູມກວ້າງ ແລະ ສວຍງາມທີ່ສຸດເລີຍກໍວ່າໄດ້ ຫຼື ນັກທ່ອງທ່ຽວຢາກສຳຜັດກັບຄວາມສວຍງາມຂອງຕາດແບບໃກ້ຊິດ ນັກທ່ອງທ່ຽວກໍສາມາດລົງໄປໃນຕາດໄດ້ເຊັ່ນກັນ ໂດຍນັບແຕ່ປາກນ້ຳຕົກຕາດລົງມາສອງຟາກຝັ່ງຍັງເປັນປ່າໄມ້ກົມ – ໄມ້ປ່ອງ, ເປັນປ່າເຫວຊັນຂຶ້ນ – ລົງຍາກ, ສ່ວນບ່ອນທີ່ເປັນເນີນຈ້າຍ ແລະ ບ່ອນທີ່ເປັນຮາບພຽງກໍເປັນສວນກາເຟ, ໝາກແໜ່ງ ຂອງປະຊາຊົນບ້ານຫຼັກ 38 ແລະ ບ້ານຫຼັກ 40.

ມາທ່ຽວນໍ້າຕົກຕາດຟານ ນັກທ່ອງທ່ຽວຍັງສາມາດຜະຈົນໄພກັບການຂີ່ສະລິງຂ້າມນໍ້າຕົກ ດ້ວຍໄລຍະທາງປະມານ 450 ແມັດ ທີ່ມີຄວາມສູງຈາກພື້ນດິນປະມານ 500 ແມັດ ນັບວ່າເປັນຄວາມສະໜຸກ ແລະ ເພີດເພີນກັບການຂີ່ສະລິງທີ່ໜ້າປະທັບໃຈທີ່ສຸດຈາກພາບທຳມະຊາດທີ່ເຫັນ ແລະ ຄວາມສູງອັນໜ້າຕື່ນເຕັ້ນ.

ຄຳວ່າຕາດຟານ ກໍຍ້ອນວ່າໃນເມື່ອກ່ອນເວົ້າລວມ ປະເພດສັດປ່າ ( ຟານ ) ແມ່ນຫຼາຍກວ່າສັດອື່ນ, ມັນໄດ້ທ່ຽວຊອກຫາກິນ ແລະ ໄດ້ໄລ່ຢອກກັນຫຼິ້ນຂ້າມໄປ – ມາຕາມຫ້ວຍບັງລຽງ ຫາ ຫ້ວຍຈິບ ( ເບື້ອງຫົວຕາດ ) ມີມື້ໜຶ່ງເກິີດມີຝົນຕົກແຮງເຮັດໃຫ້ນໍ້າໃນຫ້ວຍຫຼາຍ ແລະ ໄຫຼແຮງ, ແຕ່ຟານຍັງຂ້າມໄປ – ມາໃນສາຍຫ້ວຍດັ່ງກ່າວ, ດ້ວຍຄວາມຂາດສະຕິຟານໂຕໜຶ່ງຖືກນ້ຳພັດຕົກລົງຕາດຫົວຟາດໃສ່ກ້ອນຫີນ ແລະ ຕາຍໃນເຂດຕາດແຫ່ງນີ້, ເມື່ອລະດູໃບໄມ້ປົ່ງນັບແຕ່ມື້ນັ້ນມາ ຊາວບ້ານຫຼັກ 38 ( ບ້ານຜັກກູດແກ້ວສິງຄຳໃນເມື່ອກ່ອນ ) ກໍຄືປະຊາຊົນໃນເຂດດັ່ງກ່າວຈຶ່ງພາກັນໃສ່ຊື່ ແລະ ເອີ້ນຕາດນີ້ວ່າ “ ຕາດຟານ ” ຈົນເທົ່າທຸກວັນນີ້.

ມາທ່ຽວຕາດຟານ ນັກທ່ອງທ່ຽວສາມາດມາທ່ຽວໄດ້ຕະຫຼອດປີດ້ວຍຄວາມສວຍງາມຂອງທຳມະຊາດໃນແຕ່ລະແບບຂອງລະດູການທີ່ແຕກຕ່າງກັນ, ແຕ່ຖ້າຢາກໃຫ້ສວຍງາມທີ່ສຸດພ້ອມຕົ້ນໄມ້ໃບຫຍ້າປ່າໄມ້ທີ່ອຸດົມສົມບູນອັນຂຽວກະຈີ ຂໍແນະນໍາມາທ່ຽວໃນລະດູຝົນເປັນການທີ່ເໝາະສົມທີ່ສຸດ, ແຕ່ຖ້າຫາກຢາກມາທ່ຽວພ້ອມກັບສຶກສາຮຽນຮູ້ກັບວິຖີຊີວິດຂອງປະຊາຊົນໃນການເກັບກ່ຽວກາເຟທີ່ມີລົດຊາດທີ່ດີທີ່ສຸດຂອງປະເທດ ຄວນມາທ່ຽວໃນໄລຍະເດືອນຕຸລາ ຫາ ກຸມພາ ພ້ອມທັງພັກແຮມໃນຣີສອດທ່າມກາງທຳມະຊາດ.