ຈະສູ້ຊົນຂະຫຍາຍປະກັນສັງຄົມ ໃຫ້ໄດ້ 45 ພັນຄົນ

131

ລັດຖະບານຈະຂະຫຍາຍອັດຕາການປົກຄຸມປະກັນສັງຄົມ ໃຫ້ໄດ້ຈຳນວນ 45 ພັນຄົນ, ຊ່ວຍເຫຼືອ ແລະ ພັດທະນາຄຸນນະພາບຊີວິດຂອງຜູ້ດ້ອຍໂອກາດ, ຜູ້ປະສົບໄພພິບັດ ພ້ອມທັງຕັ້ງກອງທຶນສັງຄົມສົງເຄາະ ໃຫ້ໄດ້ 5 ແຂວງ ພາຍໃນປີນີ້.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ຕະຫຼອດ 9 ເດືອນ 2019 ຜ່ານມາ ລັດຖະບານໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຂະຫຍາຍອັດຕາການປົກຄຸມປະກັນສັງຄົມຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ເຊິ່ງສາມາດຂະຫຍາຍອັດຕາປົກຄຸມປະກັນສັງຄົມໄດ້ທັງໝົດ 23.654 ຄົນ ເທົ່າກັບ 56,32% ຂອງແຜນການ.

ພາບປະກອບຂ່າວເທົ່ານັ້ນ

ໃນນັ້ນ, ຜູ້ອອກແຮງງານໃນແຕ່ລະຫົວໜ່ວຍທຸລະກິດແຮງງານ 5 ຄົນຂຶ້ນໄປ ເຂົ້າປະກັນສັງຄົມ ຈໍານວນ 21.727 ຄົນ ເທົ່າກັບ 55,71% ຂອງແຜນການ ແລະ ຜູ້ສະໝັກໃຈໄດ້ 21.927 ຄົນ ເທົ່າກັບ 64,23%, ໄດ້ຊ່ວຍເຫຼືອເຄື່ອງບໍລິໂພກ – ອຸປະໂພກໃຫ້ແກ່ຜູ້ປະສົບໄພທຳມະຊາດ ແລະ ຜູ້ດ້ອຍໂອກາດໃນສັງຄົມໃນທົ່ວປະເທດ ຈຳນວນ 4,45 ຕື້ກີບ ແລະ 2,66 ລ້ານໂດລາສະຫະລັດ; ຊ່ວຍເຫຼືອເຂົ້າກິນໃຫ້ແກ່ຜູ້ປະສົບໄພ ແລະ ຜູ້ດ້ອຍໂອກາດ ຈຳນວນ 7.544 ຄອບຄົວ ໃນຈຳນວນ 3.225 ໂຕນ; ສາມາດຫຼຸດຜ່ອນຈໍານວນຜູ້ຖືກບາດເຈັບ ແລະ ເສຍຊີວິດຈາກລະເບີດບໍ່ທັນແຕກ ໄດ້ 406 ບ້ານ ແລະ ອື່ນໆ.

ດັ່ງນັ້ນ, ເພື່ອເຮັດໃຫ້ລະບົບປະກັນສັງຄົມມີຄວາມເຂັ້ມແຂງ ແລະ ມີປະສິດທິພາບ ປີ 2020 ລັດຖະບານຈະໄດ້ຍົກລະດັບໃຫ້ສັງຄົມສາມາດເຂົ້າເຖິງບໍລິການທາງດ້ານສະຫວັດດີການໃຫ້ກວ້າງຂວາງຂຶ້ນ ໂດຍໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການວຽກງານປະກັນສັງຄົມໃຫ້ແກ່ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ ແລະ ຜູ້ປະກອບອາຊີບສ່ວນບຸກຄົນໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ເພື່ອໃຫ້ສາມາດຂະຫຍາຍອັດຕາປົກຄຸມປະກັນສັງຄົມ ໃຫ້ໄດ້ 45 ພັນຄົນ. ໃນນັ້ນ, ຜູ້ອອກແຮງງານ 42 ພັນຄົນ ແລະ ຜູ້ໃຊ້ແຮງງານ 3 ພັນຄົນ.

ພາບປະກອບຂ່າວຍເທົ່ານັ້ນ

ນອກນັ້ນ, ຍັງຈະສືບຕໍ່ຊ່ວຍເຫຼືອ ແລະ ພັດທະນາຄຸນນະພາບຊີວິດຂອງຜູ້ດ້ອຍໂອກາດ, ຜູ້ປະສົບໄພພິບັດ ແລະ ຜູ້ຕົກເປັນເຫຍື່ອຂອງການຄ້າມະນຸດໃຫ້ທັນການ ແລະ ວ່ອງໄວ ໂດຍສ້າງກອງທຶນສັງຄົມສົງເຄາະຢູ່ 5 ແຂວງ ຄື: ຊຽງ ຂວາງ: ບໍ່ແກ້ວ, ສະຫວັນນະເຂດ, ສາລະວັນ ແລະ ອັດຕະປື; ສືບຕໍ່ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກໃນການປິ່ນປົວ, ຟື້ນຟູສຸຂະພາບ, ການສຶກສາ ແລະ ສ້າງເສດຖະກິດຄອບຄົວໃຫ້ໄດ້ 650 ບ້ານ.

ຂໍ້ມູນຈາກສະພາແຫ່ງຊາດ