ເມືອງຍົມມະລາດ ທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້ານຳເຂົ້າບໍ່ຖືກຕ້ອງ

139

ທ້າຍອາທິດຜ່ານມາ ເມືອງຍົມມະລາດ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້ານຳເຂົ້າບໍ່ຖືກຕ້ອງ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງຍົມມະລາດ, ທ່ານ ແພງສະຫວັດ ເລືອງຄຳມາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແພງສະຫວັດ ເລືອງຄຳມາ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຜົນການກວດກາສິນຄ້າໝົດອາຍຸ ແລະ ສິນຄ້ານຳເຂົ້າບໍ່ຖືກຕ້ອງ ໃນ 6 ເດືອນທ້າຍປີ 2019 ພາຍໃນເມືອງທີ່ຜ່ານມາ ເຊິ່ງໃນວັນທີ 16 – 25 ທັນວາ 2019 ທີ່ຜ່ານມາຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງໄດ້ລົງກວດກວດກາຫ້າງຮ້ານພາຍໃນເມືອງ ໂດຍສົມທົບກັບການຈັດຕັ້ງ, ອຳນາດການປົກຄອງບ້ານ ແລະ ຫົວໜ່ວຍທຸລະກິດ ເຊິ່ງສາມາດກວດໄດ້ທັງໝົດ 42 ຫົວໜ່ວຍ. ໃນນັ້ນ, ຮ້ານຄົນລາວ 17 ຫົວໜ່ວຍ, ຮ້ານຄົນຫວຽດນາມ 25 ຫົວໜ່ວຍ; ກວດພົບສິນຄ້າໝົດອາຍຸການນຳໃຊ້ທັງໝົດ 35 ຮ້ານ, ມີ 220 ລາຍການ ມູນຄ່າ 22 ລ້ານກວ່າກີບ. ໃນນັ້ນ, ຮ້ານຂາຍເຄື່ອງຄົນລາວມີ 13 ຫົວໜ່ວຍ ມີ 85 ລາຍການ ລວມມູນຄ່າ 5,8 ລ້ານກວ່າກີບ, ຮ້ານຂາຍເຄື່ອງຄົນຫວຽດນາມ ມີ 22 ຫົວໜ່ວຍມີ 135 ລາຍການ ມູນຄ່າ 16 ລ້ານ ກວ່າກີບເຊິ່ງສິນຄ້າທີ່ກວດພົບວ່າໝົດອາຍຸສ່ວນໃຫຍ່ແມ່ນປະເພດເຄື່ອງສຳອາງ ແລະ ເຄື່ອງບໍລິໂພກ ເຊັ່ນ: ໝີ່, ເຂົ້າໜົມ, ນ້ຳຫວານ, ອາຫານເສີມ, ປາກະປ໋ອງ ແລະ ເຄື່ອງປຸງແຕ່ງອາຫານຕ່າງໆ.

ໃນພິທີດັ່ງກ່າວ ທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງຍົມມະລາດ ໄດ້ເນັ້ນໜັກໃຫ້ພະນັກງານຂະແໜງການທີ່ກ່ຽວຂ້ອງ ໃຫ້ເອົາໃຈໃສ່ລົງຕິດຕາມກວດກາບັນດາຫົວໜ່ວຍທຸລະກິດ ແລະ ພໍ່ຄ້າຊາວຂາຍຕ່າງໆຢ່າງຕໍ່ເນື່ອງ ເພື່ອບໍ່ໃຫ້ກຸ່ມຄົນບໍ່ຫວັງດີລັກລອບນຳເອົາສິນຄ້າທີ່ໝົດອາຍຸ ແລະ ສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງມາຈຳໜ່າຍໃຫ້ແກ່ປະຊາຊົນ. ນອກຈາກນີ້, ທ່ານຍັງໄດ້ຮຽກຮ້ອງເຖິງປະຊາຊົນໃຫ້ມີສະຕິໃນການຊົມໃຊ້ເຄື່ອງອຸປະໂພກ ແລະ ບໍລິໂພກຕ່າງໆ, ກ່ອນຊື້ຕ້ອງກວດກາເບິ່ງວັນເດືອນປີຜະລິດ ແລະ ວັນເດືອນປີໝົດອາຍຸກ່ອນ ຖ້າພົບເຫັນຫົວໜ່ວຍທຸລະກິດໃດຫາກຈຳໜ່າຍ ຫຼື ຄອບຄອງສິນຄ້າທີ່ໝົດອາຍຸ ແລະ ສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງ ໃຫ້ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງລົງຕິດຕາມ ແລະ ກວດກາໃຫ້ທັນເວລາ.