ກາເຟ ເປັນໜຶ່ງໃນສິນຄ້າກະສິກໍາທີ່ເມືອງດາກຈຶງ ສົ່ງອອກ

366

ເມືອງດາກຈຶງສຸມໃສ່ເຂົ້າໃນການພັດທະນາພື້ນຖານໂຄງລ່າງ ແລະ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຕາມທ່າແຮງ ເພື່ອສ້າງມູນຄ່າເພີ່ມຂອງຜົນຜະລິດ ເຊິ່ງເຫັນວ່າມີທ່າຂະຫຍາຍຕົວຢ່າງກວ້າງຂວາງ ແລະ ເຮັດໃຫ້ຫຼາຍຄອບຄົວມີລາຍຮັບດີຂຶ້ນ ໂດຍມາຮອດປີ 2019 ເມືອງດາກຈຶງສົ່ງຜົນຜະລິດກະສິກໍາອອກເປັນຕົ້ນແມ່ນໝາກກາເຟ, ໂສມ ແລະ ສັດລ້ຽງປະເພດຕ່າງໆ.

ພາບປະກອບເທົ່ານັ້ນ

ໃນໄລຍະ 5 ປີຜ່ານມາ ເມືອງດາກຈຶງ ແຂວງເຊກອງ ໄດ້ຍົກສູງປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ດ້ວຍການຊຸກຍູ້ຢ່າງແຂງແຮງໃນການພັດທະນາເສດຖະກິດ-ສັງຄົມ, ຂຸດຄົ້ນທ່າແຮງບົ່ມຊ້ອນ ໂດຍຖືເອົາການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ສົ່ງເສີມຫົວຄິດປະດິດສ້າງຂອງປະຊາຊົນ, ປຸກລະດົມແນວຄວາມຄິດເພີ່ງຕົນເອງ, ກຸ້ມຕົ້ນເອງ ເພື່ອແນໃສ່ໃຫ້ເສດຖະກິດຂະຫຍາຍຕົວໄດ້ຢ່າງຕໍ່ເນື່ອງໄປພ້ອມກັບດ້ານຕ່າງໆ.

ພາບປະກອບເທົ່ານັ້ນ

ທ່ານ ໄພສະໝອນ ໄອ່ແກ້ວ ຫົວໜ້າ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງດາກຈຶງ ຕາງໜ້າຂົງເຂດເສດຖະກິດ ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຄັ້ງທີ XV ຂອງອົງຄະນະພັກເມືອງດາກຈຶງ ພາຍໃຕ້ຫົວຂໍ້ “ ການສົ່ງເສີມການຜະລິດເປັນສິນຄ້າຢູ່ເມືອງດາກຈຶງ ” ວ່າ: ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງດາກຈຶງ ຄະ ນະພັກ-ຄະນະນໍາຫ້ອງການກະສິກໍາ ແລະປ່າໄມ້ເມືອງ ກໍໄດ້ເອົາໃຈໃສ່ຊີ້ນໍາໆພາພະນັກງານ-ວິຊາການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໂດຍອີງໃສ່ 3 ເສົາຄໍ້າ 4 ແຜນງານຂອງກະຊວງກະສິກໍາ ແລະປ່າໄມ້ວາງອອກ ໂດຍສະເພາະແຜນງານທີ 2 ກ່ຽວກັບການສົ່ງເສີມການຜະລິດກະສິກໍາເປັນສິນຄ້າ.

ໃນໄລຍະຜ່ານມາ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄດ້ເອົາໃຈໃສ່ຍາດແຍ່ງທຶນຮອນຈາກພາກລັດ, ເອກະຊົນ ແລະອົງການຈັດຕັ້ງສາກົນເຂົ້າໃນການສະໜັບສະໜູນແຜນງານດັ່ງກ່າວ ລວມມູນຄ່າ 37,77 ຕື້ກວ່າກີບ ດ້ວຍຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການມີສ່ວນຮ່ວມຫົວໜ່ວຍທຸລະກິດພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນເຂົ້າໃນການພັດທະນາພື້ນຖານໂຄງລ່າງ ແລະ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຕາມທ່າແຮງ ເພື່ອສ້າງມູນຄ່າເພີ່ມຂອງຜົນຜະລິດເຫັນວ່າ ຜົນຜະລິດມີທ່າຂະຫຍາຍຕົວຢ່າງກວ້າງຂວາງ ແລະ ເຮັດໃຫ້ຫຼາຍຄອບຄົວມີລາຍຮັບດີຂຶ້ນ ໂດຍມາຮອດປີ 2019 ເມືອງດາກຈຶງສົ່ງຜົນຜະລິດກະສິກໍາອອກເປັນຕົ້ນແມ່ນໝາກກາເຟ, ໂສມ ແລະ ສັດລ້ຽງປະເພດຕ່າງໆ.

ພາບປະກອບເທົ່ານັ້ນ

ຂໍ້ມູນຈາກ: Media Laos