ແຫຼ່ງທ່ອງທ່ຽວບູຮານໜອງເຮືອທອງ ເມືອງໄຊບູລີ ກໍາລັງຈະໄດ້ຮັບການຟື້ນຟູ

122

ເມືອງ ໄຊບູລີ ແຂວງ ສະຫວັນນະເຂດ ຈັດກອງປະຊຸມປຶກສາຫາລືກ່ຽວກັບການຟື້ນຟູແຫຼ່ງທ່ອງທ່ຽວເມືອງບູຮານບ້ານໜອງເຮືອທອງ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 7 ທັນວາ 2020, ຢູ່ທີ່ຫ້ອງປະຊຸມຊັ້ນສອງ ຂອງວ່າການປົກຄອງເມືອງໄຊບູລີ, ໃຫ້ກຽດເປັນປະທານ ຂອງທ່ານ ອ່ອນລໍາພັນ ບົວສີແກ້ວ ເລຂາພັກເມືອງ ເຈົ້່າເມືອງໄຊບູລີ, ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນາງ ພິດສະໄໜ ອິນທະວົງ ກໍາມະການພັກເມືອງ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວເມືອງຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງ, ເພື່ອປຸກລະດົມທຶນຮອນການປະກອບສ່ວນ ເພື່ອພັດທະນາ – ຟື້ນຟູແຫຼ່ງທ່ອງທ່ຽວເມືອງເກົ່າ ທີ່ບ້ານໜອງເຮືອງ ພ້ອມທັງສະເໜີໂດຍຫຍໍ້ກ່ຽວກັບໂຄງການຟື້ນຟູ ແລະ ພັດທະນາແຫຼ່ງວັດຖຸບູຮານຢູ່ບ້ານໜອງເຮືອທອງ

ຫຼັງຈາກນັ້ນ ກໍໄດ້ຕົກເຫັນດີເປັນເອກະພາບຂອງການນໍາສະເໜີການຟື້ນຟູແຫຼ່ງທ່ອງທ່ຽວ ວັດຖຸບູຮານ ໜອງເຮືອທອງຢ່າງເປັນທາງການ, ພື້ນທີ່, ທີ່ມີຮອງຮອຍວັດຖຸບູຮານ ຕ້ອງໄດ້ສະຫງວນ, ຂຶ້ນບັນຊີ ແລະປົກປັກຮັກສາໃຫ້ດີ, ລວບລວມປະຫວັດຄວາມເປັນມາຂອງອານາຈັກສີໂຄດຕະບອງທີ່ກຽວຂ້ອງກັບໜອງເຮືອທອງ, ປັບປຸງຕື່ມທາງດ້ານການຈັດຕັ້ງເພື່ອໃຫ້ຊອດຄ່ອງກັບຕົວຈິງ ຕໍ່ມາກໍ່ໄດ້ລົງສໍາຫຼວດຕົວຈິງ, ຂຶ້ນແຜນສ້າງສາລາ ແລະ ຫໍສັກກາລະບູຊາບ່ອນທີ່ພົບເຫັນວັດຖຸບູຮານນັ້ນ

ພ້ອມດຽວກັນນັ້ນ, ໃນຕອນບ່າຍຂອງວັນດຽວກັນນີ້, ທາງການນໍາຂັ້ນເມືອງ ນໍາໂດຍທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໆໄຊບູລີ ພ້ອມຄະນະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ໂຍທາທິການ ແລະ ຂົນສົ່ງເມືອງ, ພະນັກງານວິຊາການທີ່ກ່ຽວຂ້ອງ ໄດ້ລົງສໍາຫຼວດເນື້ອທີ່ດີນເພື່ອຈະສ້າງເປັນສູນສົ່ງເສີມກະສິກໍາຂອງເມືອງຈໍານວນ 20 ເຮັກຕາ ໃຫ້ເປັນຕາມແຜນທີ່ວາງໄວ້.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ