ຈີນຢືນຢັນການລະບາດຂອງພະຍາດເລິກລັບເປັນພະຍາດປອດ

92
Nurses treat a patient for an unknown ailment in the intensive care unit of the No1 Hospital for Infectious Diseases where only three SARS patients remain in the southern Chinese city of Guangzhou 12 June 2003. The hospital treated nearly all of Guangzhou's SARS cases over the last few months but has not had a single case in over 25 days. AFP PHOTO/Peter PARKS (Photo credit should read PETER PARKS/AFP/GettyImages)

ທາງການຈີນອອກມາຢືນຢັນການລະບາດຂອງພະຍາດປອດອັດເສບເລິກລັບໃນເມືອງ ອູຮັນ ມີຜູ້ຕິດພະຍາດເກືອບ60ຄົນຕັ້ງແຕ່ທ້າຍປີກ່ອນນັ້ນບໍ່ແມ່ນພະຍາດ ຊາຣ໌ສ.

ສະຖານະການການລະບາດຂອງພະຍາດປອດອັກເສບເລິກລັບໃນພື້ນທີ່ເຊິ່ງເຮັດໃຫ້ມີຄົນເຈັບປ່ວຍສະສົມຢ່າງໜ້ອຍ59ຄົນຕັ້ງແຕ່ເດືອນ ທັນວາປີກ່ອນແລ້ວນັ້ນບໍ່ແມ່ນທັງໄຂ້ຫວັດໃຫຍ່,ໄຂ້ຫວັດສັດປີກ,ພະຍາດອະດີໂນ ແລະ ພະຍາດອື່ນໆ.

ຜູ້ຕິດພະຍາດທັງໝົດໄດ້ຮັບການປິ່ນປົວຢ່າງຖືກຕ້ອງຕາມຫຼັກສາທາລະນະສຸກເຊິ່ງຫຼາຍຄົນເຊົາຈາກພະຍາດ ແລະ ກັບມາໃຊ້ຊີວິດໄດ້ຕາມປົກກະຕິແລ້ວໂດຍຍັງບໍ່ໃຜເສຍຊີວິດ.ຄົນເຈັບປ່ວນສ່ວນໃຫຍ່ມີອາການໄຂ້,ສ່ວນອາການຕິດພະຍາດໃນລະບົບທາງເດີນຫາຍໃຈເກີດຂຶ້ນກັບຄົນເຈັບພຽງບໍ່ເທົ່າໃດຄົນ ແລະ ຈົນເຖິງຂະນະນີ້ເຈົ້າໜ້າທີ່ຍັງບໍ່ພົບສາເຫດຂອງການລະບາດຈາກຄົນສູ່ຄົນ.

ຢ່າງໃດກໍຕາມຜົນການກວດກາ ແລະ ທີ່ມາຂອງພະຍາດໃນເບື້ອງຕົ້ນພົບວ່າອາດຈະມາຈາກຕະຫຼາດຈໍາໜ່າຍອາຫານທະເລແຫ່ງໜຶ່ງໃນເມືອງ ອູຮັນ,ແຕ່ໄດ້ມີການປິດກັ້ນພື້ນທີ່ເພື່ອເຮັດຄວາມສະອາດ ແລະ ຂ້າພະຍາດແລ້ວ.