ມະຫັນຕະໄພໄຟປ່າອົດສະຕຣາລີທະວີຄວາມຮ້າຍແຮງບໍ່ຢຸດ

108

ອົດສະຕຣາລີກໍາລັງປະເຊີນກັບໄຟປ່າຮ້າຍແຮງຢ່າງທີ່ບໍ່ເຄີຍເກີດຂຶ້ນມາກ່ອນເນື່ອງຈາກມີໄພແລ້ງຊໍ້າເຕີມວິກິດແປວໄຟລຸກລາມກິນເນື້ອທີ່ກວ້າງຂວາງກາຍເປັນໄພທໍາມະຊາດທີ່ໜ້າຕົກໃນໃນທຸກມິຕິ.

ຂະໜາດຂອງແປວໄຟກິນເນື້ອທີ່60.000ກິໂລຕາແມັດສອງເທົ່າຂອງປະເທດແບນຊິກ,ເຜົາໄໝ້ກະຈາຍໄປທົ່ວປະເທດປຽບທຽບກັບໄຟປ່າອາເມຊອນເມື່ອເດືອນ ສິງຫາທີ່ຜ່ານມາທີ່ກິນເນື້ອທີ່ພຽງ25.000ກິໂລຕາແມັດຫຼືໄຟປ່າທີ່ລັດແຄລິຟໍເນຍເມື່ອປີ2018ທີ່ຖືເປັນຄັ້ງຮ້າຍແຮງທີ່ສຸດແລ້ວກໍກິນເນື້ອທີ່ພຽງ8.000ກິໂລຕາແມັດ.

ໄຟປ່າໃນຄັ້ງນີ້ເຮັດປະຊາຊົນປະມານ23ຄົນຊີວິດ,ໃນນັ້ນລັດນິວເຊົາເວວລັດທີ່ມີປະຊາກອນຫຼາຍທີ່ສຸດໃນອົດສະຕຣາລີມີປະຊາຊົນເສຍຊີວິດຫຼາຍສຸດເຖິງ17ຄົນ.

ແມ້ແຕ່ສັດປ່າກໍຕ້ອງປະເຊີນຊະຕາກໍາບໍ່ແພ້ກັນ,ຂໍ້ມູນຈາກມະຫາວິທະຍາໄລຊິດນີລະບຸວ່າສະເພາະລັດນິວເຊົາເວວລັດດຽວມີສັດປ່າຕາຍປະມານ480ລ້ານໂຕ.ຜູ້ຊ່ຽວຊານກັງວົນວ່າສັດປ່າຕາຍອາດຈະສູງກວ່າທີ່ປະເມີນໄວ້ຫຼາຍ.