ອາກາດອາທິດນີ້ຍັງຈະເຢັນ ສ່ວນຕອນບ່າຍຈະຮ້ອນຂຶ້ນ

239

ອາກາດຍັງຈະໜາວເຢັນຫາໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ໂດຍສະເພາະເຂດຮ່ອມຢູ່ເຂດພູສູງ, ຮ່ອມພູ ແລະ ພູດອຍ ເນື່ອງຈາກຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນຫາປານກາງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 6 ຫາ 12 ມັງກອນ 2020 ວ່າ: ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນຫາປານກາງ ສົມທົບກັບກະແສລົມຕາເວັນອອກ – ຕາເວັນຕົກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ໂດຍທົ່ວໄປໃນຕອນບ່າຍອຸນຫະພູມຈະສູງຂຶ້ນຢູ່ທົ່ວໄປໃນແຕ່ລະພາກ, ແຕ່ອາກາດຍັງຈະໜາວເຢັນຫາໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ໂດຍສະເພາະເຂດຮ່ອມຢູ່ເຂດພູສູງ, ຮ່ອມພູ ແລະ ພູດອຍ, ແຂວງພາກເໜືອ ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ. ຄາດຄະເນສະພາບອາກາດໃນແຕ່ລະພາກ ດັ່ງລຸ່ມນີ້.

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 6 ຫາ 12 ມັງກອນ ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ. ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສູດ 09 – 11 ອົງສາ ແລະ ສູງສຸດ 23 – 25 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 6 ຫາ 12 ມັງກອນ ອາກາດຍັງຈະໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ໂດຍສະເພາະຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ແລະ ໃນຕອນບ່າຍອາກາດຈະຮ້ອນຂຶ້ນ ອຸນຫະພູມຕໍ່າສຸດ 12 – 14 ອົງສາ ແລະ ສູງສຸດ 29 – 31 ອົງສາ.

ພາກກາງ: ໃນໄລຍະວັນທີ 6 ຫາ 12 ມັງກອນ ອາກາດຍັງຈະໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ໃນຕອນບ່າຍອາກາດຮ້ອນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໂດຍສະເພາະທາງດ້ານຕາເວັນອອກຂອງພາກ ອຸນຫະພູມຕໍ່າສຸດ 14 – 16 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ສະເພາະແຂວງໄຊສົມບູນ, ເຂດຫຼັກ 20, ເມືອງວຽງທອງ ແລະ ເມືອງນາກາຍ: ໃນໄລຍະວັນທີ 6 ຫາ 12 ມັງກອນ ອາກາດຍັງຈະເຢັນຫາໜາວເຢັນຫຼາຍ ພ້ອມຈະມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 07 – 09 ອົງສາ ແລະ ສູງສຸດ 21 – 25 ອົງສາ.

ພາກໃຕ້: ໃນໄລຍະວັນທີ 6 ຫາ 12 ມັງກອນ ອາກາດຍັງຈະເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແລະ ໃນຕອນບ່າຍອາກາດຈະຮ້ອນຂຶ້ນ ອຸນຫະພູມຕໍ່າສຸດ 17 – 19 ອົງສາ ແລະ ສູງສຸດ 31 – 33 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 6 ຫາ 12 ມັງກອນ ອາກາດຍັງຈະໜາວເຢັນຫາໜາວເຢັນຫຼາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນເປັນບາງໂອກາດ ອຸນຫະພູມຕໍ່າສຸດ 5 – 7 ອົງສາ ແລະ ສູງສຸດ 24 – 26 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 6 ຫາ 12 ມັງກອນ ອາກາດຍັງຈະເຢັນຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ໃນຕອນບ່າຍອາກາດຈະຮ້ອນຂຶ້ນ ພ້ອມຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 19 – 21 ອົງສາ ແລະ ສູງສຸດ 31 – 33 ອົງສາ.