ຊັນ ສັນຕິສຸກ ຊາຍແບບຕົວແທນປະເທດລາວສູ່ເວທີສາກົນ

129

ສັງກັດ First Modeling ຈະໄດ້ສົ່ງຊາຍແບບ ຊັນ ສັນຕິສຸກ ໃນສັງກັດເປັນຕົວແທນປະເທດລາວເຂົ້າປະກວດໃນລະດັບໂລກໃນເວທີ Mister and Miss Model of the Universe 2020 ທີ່ເມືອງມຸມໄບ ( Mumbai ) ປະເທດອິນເດຍ ໃນລະຫວ່າງວັນທີ 20 ຫາ 30 ມັງກອນ 2020.

ສັນຕິສຸກ ໄຊມົນຕີ ( ຊັນ ) ປັດຈຸບັນອາຍຸ 22 ປີ ສູງ 185 ຊັງຕີແມັດ ໃຫ້ສໍາພາດວ່າ: ປັດຈຸບັນຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ສັງກັດຢູ່ first modeling, ຜົນງານຜ່ານມາທີ່ເຮັດໃຫ້ເລີ່ມເປັນທີ່ຮູ້ຈັກແມ່ນເດີນແບບ Lao Fashion Week 2018. ນອກນັ້ນ, ຍັງສະແດງເປັນພະເອກເອັມວີ ໂອລ່າ blackeyes ເພງ: “ ຈົບແລ້ວແຍກ ” ປັດຈຸບັນກຳລັງຈະເປັນພະເອກເພງໃໝ່ທີ່ຖ່າຍໄປແລ້ວຂອງສິລະປິນເພື່ອນບ້ານ.

ສ່ວນການກຽມຄວາມພ້ອມທີ່ຈະໄປເວທີສາກົນ ຫຼັກໆຄືເລື່ອງຮູບຮ່າງທີ່ຕ້ອງມີສຸຂະພາບທີ່ດີຈາກພາຍໃນສູ່ພາຍນອກ ລວມທັງການອອກກໍາລັງກາຍ ແລະ ການກິນອາຫານທີ່ມີປະໂຫຍດເພື່ອກຽມຮ່າງກາຍ, ຈິດໃຈໃຫ້ພ້ອມ. ນອກຈາກນີ້, ກໍຍັງຕ້ອງໄດ້ມີການຝຶກດ້ານພາສາໃຫ້ເຂັ້ມຂຶ້ນອີກດ້ວຍ.

ສໍາລັບວົງການບັນເທີງລາວໃນປັດຈຸບັນແມ່ນກຳລັງໄປໄດ້ດີ ແລະ ດີກວ່າເມື່ອກ່ອນຫຼາຍ ເພາະມີເວທີສະແດງຫຼາຍຂຶ້ນໃນທຸກລະດັບ ເຊິ່ງຕົນເອງກໍຢາກເຮັດຫຼາຍຮູບແບບ, ຍັງຕ້ອງຮຽນຮູ້ອີກຫຼາຍ ແລະ ຍັງຕ້ອງພັດທະນາໄປເລື້ອຍໆ.

ການໄດ້ເປັນຕົວແທນປະເທດລາວໄປປະກວດເວທີສາກົນຈະຊ່ວຍໃຫ້ຕ່າງຊາດຮູ້ຈັກປະເທດລາວຫຼາຍຂຶ້ນ, ສາມາດສ້າງບົດບາດໃຫ້ປະເທດເຮົາ ແລະ ຈະເກັບກ່ຽວປະສົບການຂໍ້ມູນໃຫ້ໄດ້ຫຼາຍທີ່ສຸດ ເພື່ອຈະໄປສົ່ງຕໍ່ໃຫ້ຮຸ່ນຕໍ່ໄປເພື່ອເຮັດໃຫ້ດີຂຶ້ນກວ່າເກົ່າ.

ງານຈະໄດ້ຈັດຂຶ້ນທີ່ມຸມໄບ ປະເທດອິນເດຍ ລະຫວ່າງວັນທີ 20 – 30 ມັງກອນ 2020, ປະກວດມື້ສຸດທ້າຍແມ່ນວັນທີ 29 ມັງກອນ 2020 ຊ່ວຍກັນສົ່ງແຮງໃຈ ແລະ ສະໜັບສະໜູນຄົນລາວເຮົານຳກັນຫຼາຍໆເດີ ຫຼື ສາມາດຕິດຕາມຂໍ້ມູນ – ຂ່າວສານໄດ້ຜ່ານແຟນເພຈ໌: Mister & Miss Model Of The Universe Laos. ສາມາດຕິດຕາມຜົນງານຂອງໜຸ່ມ ຊັນ ໄດ້ຜ່ານແຟນເພຈ໌ເຟສບຸ໊ກ ແລະ ອິນສະຕາແກຣມ: first-modelinglao ແລະ ເຟສບຸ໊ກ: Sun suntisouk xaimonty.

ຂ່າວ: ນຸ້ມນິ້ມ; ຮູບ: Sun suntisouk xaimonty