ໂສລະຍາ ຍາດໄດ້ 2 ລາງວັນຈາກເວທີສາກົນ

192

ຫຼັງຈາກ ນ້ອງໂສລະຍາ ໄປປະກວດໃນເວທີສາກົນ Miss Teen International 2019 ທີ່ປະເທດອິນເດຍ ເຊິ່ງໄດ້ສ້າງຄວາມພາກພູມໃຈໃຫ້ແກ່ຄົນລາວ ແລະ ຄວ້າ 2 ລາງວັນມາຝາກ ຄື: Miss Teen Photogenic ແລະ Miss Teen Fashion 2019.

ນາງ ໂສລະຍາ ລີນຄອນດີ ຫຼື ໂສ Miss Teen Laos 2019 ໃຫ້ສໍາພາດວ່າ: ຫຼັງຈາກມີການກຽມຄວາມພ້ອມໃນການປະກວດຕໍ່ໃນເວທີສາກົນຢ່າງໜັກ ແລະ ເປັນຄົນທໍາອິດທີ່ເປັນຕົວແທນຂອງປະເທດລາວເຂົ້າຮ່ວມ ເຊິ່ງກໍໄດ້ຮັບຜົນສໍາເລັດອັນຍິ່ງໃຫຍ່ກັບມາຝາກຄົນລາວໄດ້ຊື່ນໃຈ ຄວ້າມາໄດ້ 2 ລາງວັນ ຄື: Miss Teen Photogenic ແລະ Miss Teen Fashion 2019 ຖືເປັນຄວາມພາກພູມໃຈໃຫ້ກັບຕົນເອງ ແລະ ປະເທດເຮົາດ້ວຍ.

ສໍາລັບສິ່ງທີ່ໄດ້ຮັບຈາກການເກັບຕົວໃນເວທີສາກົນ ຫຼັກໆຄືມິດຕະພາບ ແລະ ຄວາມອົດທົນ ເພາະມັນເປັນພື້ນຖານຫຼັກທີ່ຈະເຮັດໃຫ້ເຮົາຕໍ່ໄປໄດ້ແບບບໍ່ທໍ້ຖອຍ, ສິ່ງທີ່ຕົນເອງໄດ້ຮັບ ແລະ ເກັບກ່ຽວມານັ້ນກໍຢາກຈະສົ່ງຕໍ່ໃຫ້ກັບນ້ອງໆຮຸ່ນຕໍ່ໄປເພື່ອເປັນການພັດທະນາຄວາມຮູ້ໃຫ້ພວກເຂົາ ແລະ ຍັງເປັນການພັດທະນາຄວາມຮູ້ໃຫ້ກັບຕົນເອງອີກດ້ວຍ ເຊິ່ງຈະບໍ່ຢຸດທີ່ຈະພັດທະນາຕົນເອງແນ່ນອນ.

ໃນນາມທີ່ຕົນເອງເປັນໄວໜຸ່ມຄົນໜຶ່ງກໍຈະເປັນກະບອກສຽງໃຫ້ໄວໜຸ່ມໄດ້ຂ້າມຜ່ານ ຄວາມຢ້ານໃນການສະແດງອອກ, ເປັນແບບຢ່າງທີ່ດີໃຫ້ໄວໜຸ່ມສົ່ງເສີມເລື່ອງການສຶກສາ, ກີລາ ແລະ ຕໍ່ຕ້ານໃນສິ່ງທີ່ບໍ່ດີເພື່ອໃຫ້ເປັນແບບຢ່າງທີ່ດີທີ່ສຸດ.

ສຸດທ້າຍ, ນ້ອງໂສ ຂໍຝາກຕິດຕາມຜົນງານ ແລະ ພາລະບົດບາດໃນການປະຕິບັດໜ້າທີ່ແກ່ສັງຄົມໄດ້ທາງ FB: Miss champa laos ແລະ FB: soraya’s conde.

ຂ່າວ: ນຸ້ມນິ້ມ; ຮູບ: soraya’s conde