ໄພພິບັດໃນປີ 2019 ມີຜູ້ເສຍຊີວິດ 27 ຄົນ ແລະ ສ້າງຄວາມເສຍຫາຍຫລາຍກວ່າ 1.500 ຕື້ກີບ

168

ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ ລາຍງານວ່າ: ປີ 2019 ເປັນປີໜຶ່ງທີ່ໄດ້ມີເຫດການໄພພິບັດເກີດຂຶ້ນຢ່າງໜັກໜ່ວງ ໃນຂອບເຂດທົ່ວປະເທດເປັນຕົ້ນແມ່ນ: ໄພນໍ້າຖ້ວມ, ລົມພະຍຸ, ດິນເຈື່ອນ, ໄພແຫ້ງແລ້ງ, ໄຟໄໝ້, ແຜ່ນດິນໄຫວ, ການລະບາດຂອງພະຍາດສັດ ແລະ ສັດຕູພືດທໍາລາຍ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບ, ຊີວິດ ແລະ ຊັບສິນຂອງປະຊາຊົນທັງໝົດ 13 ແຂວງ.


ອີງຕາມບົດລາຍງານຈາກຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລະບຸວ່າ: ນັບແຕ່ເດືອນ ມັງກອນ ຫາ ພະຈິກ ປີ 2019 ທີ່ຜ່ານມາ ໄພພິບັດທາງທຳມະຊາດ ໄດ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 163.000 ກວ່າຄອບຄົວ ໃນ 1.961 ບ້ານ, 128 ເມືອງ 13 ແຂວງ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 27 ຄົນ, ສູນຫາຍ 7 ຄົນ ແລະ ບາດເຈັບ 16 ຄົນ, ພ້ອມນັ້ນ ໄດ້ສ້າງຄວາມເສຍຫາຍຕໍ່ໂຄງລ່າງພື້ນຖານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຄິດເປັນມູນຄ່າເສຍຫາຍທັງໝົດປະມານ 1.560 ຕື້ກີບ. (1.560.091.355.578 ກີບ).


ຈຳນວນ 13 ແຂວງທີ່ໄດ້ຮັບຜົນກະທົບຄື: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ໄຊຍະບູລີ, ຫລວງພະບາງ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື.


ເຫດການທີ່ໜັກໜ່ວງ ແລະ ໄດ້ສ້າງຄວາມເສຍຫາຍຢ່າງຫລວງຫລາຍແມ່ນ ໄພພິບັດນໍ້າຖ້ວມທີ່ເກີດຂຶ້ນໃນລະຫວ່າງທ້າຍເດືອນກໍລະກົດ ຫາ ເດືອນກັນຍາ ໂດຍມີລົມພະຍຸດິເປຼຊັນ, ພະຍຸໂພດູ ແລະ ຄາຈິກີ ໄດ້ພັດຜ່ານເຂົ້າມາ ສປປ ລາວ ເຮັດໃຫ້ 7 ແຂວງ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ແລະ ແຂວງ ຫລວງພະບາງ ໄດ້ສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບ, ຊີວິດ, ຊັບສິນຂອງປະຊາຊົນ ໃນຈໍານວນ 45 ເມືອງ, 1.534 ບ້ານ, 154.359 ຄອບຄົວ, ໃນນັ້ນ ເສຍຊີວິດ 19 ຄົນ ແລະ ສູນຫາຍ 1 ຄົນ ເຊິ່ງຄິດເປັນມູນຄ່າເສຍຫາຍປະມານ 1.458 ຕື້ກີບ. (1.458.669.675.328 ກີບ.)


ພ້ອມດຽວກັນນັ້ນ, ຍັງມີເຫດການແຜ່ນດິນໄຫວທີ່ເກີດຂຶ້ນຢູ່ ແຂວງໄຊຍະບູລີ ໃນເດືອນພະຈິກ ທີ່ມີຄວາມແຮງ 6,4 ຣິກເຕີ ເຊິ່ງໄດ້ສ້າງຄວາມເສຍຫາຍຢູ່ 4 ເມືອງຄື: ເມືອງໄຊສະຖານ, ເມືອງພຽງ, ເມືອງໄຊຍະບູລີ ແລະ ເມືອງຫົງສາ ລວມມີ 30 ບ້ານ, 321 ຄອບຄົວ, ວັດ 12 ແຫ່ງ ໂຮງຮຽນ 15 ແຫ່ງ, ໂຮງໜໍຊຸມຊົນ ແລະ ໂຮງໝໍນ້ອຍ 7 ແຫ່ງ, ສໍານັກງານລັດ 15 ແຫ່ງ, ຫ້ອງການບ້ານ 3 ແຫ່ງ, ຫ້ອງການພາກເອກະຊົນ 6 ແຫ່ງ, ອານຸສອນ 1 ແຫ່ງ, ໃນນັ້ນ ມີຜູ້ບາດເຈັບເລັກນ້ອຍ 10 ຄົນ ລວມມູນຄ່າເສຍຫາຍທັງໝົດ 1,8 ຕື້ກີບ.


ນອກຈາກນັ້ນ, ຍັງມີເຫດການລະບາດຂອງພະຍາດສັດ ແລະ ການທໍາລາຍຂອງສັດຕູພືດເຊັ່ນ: ການລະບາດຂອງພະຍາດ ອະຫິວາໝູອາຟຣິກາ ໃນ 103 ບ້ານ, 42 ເມືອງ ລວມໝູທີ່ຕາຍ ແລະ ໄດ້ຂ້າທໍາລາຍ ມີທັງໝົດ 14.209 ໂຕ, ການລະບາດຂອງບົ້ງຝູງສາລີ ໃນ 12 ແຂວງ, 59 ເມືອງ, 691 ບ້ານ ເຊິ່ງມີເນື້ອທີ່ປູກສາລີ 104.730 ຫລື ເທົ່າກັບ 83% ຂອງເນື້ອທີ່ທັງໝົດ ໄດ້ຖືກລະບາດ, ໃນນັ້ນ 40.755 ເຮັກຕາ ໄດ້ຮັບຜົນກະທົບ, ການລະບາດຂອງຕັກແຕນຝູງໄມ້ປ່ອງ ຢູ່ 5 ແຂວງພາກເໜືອ, 28 ເມືອງ, 228 ບ້ານ, 431 ຈຸດ ແລະ ໄພແຫ້ງແລ້ງຢູ່ແຂວງ ບໍ່ແກ້ວ ແລະ ຜົ້ງສາລີ ສົ່ງຜົນກະທົບຕໍ່ 05 ເມືອງ, 67 ບ້ານ, 2,962 ຄອບຄົວ ລວມມູນຄ່າເສຍຫາຍ 1 ຕື້ກວ່າກີບ.


ສຳລັບຜົນກະທົບ ແລະ ຄວາມເສຍຫາຍໃນແຕ່ລະດ້ານ ສະເພາະໄພນໍ້າຖ້ວມ ໃນ 7 ແຂວງລວມມີ: ເຮືອນຂອງປະຊາຊົນເສຍຫາຍ 100% ມີ 282 ຫລັງ, ເສຍຫາຍບາງສ່ວນ 477 ຫລັງ, ໂຮງຮຽນຖືກນໍ້າຖ້ວມ 747 ຫລັງ, ໂຮງໝໍ 13 ແຫ່ງ, ສຸກສາລາ 30 ແຫ່ງ ແລະ ອື່ນໆ ລວມມູນຄ່າເສຍຫາຍປະມານ 83 ຕື້ກີບ. ໃນຂະນະດຽວກັນ ເນື້ອທີ່ນາຖືກນໍ້າຖ້ວມ 127.620 ເຮັກຕາ, ເນື້ອທີ່ການຜະລິດອື່ນໆ 32.750 ເຮັກຕາ, ໜອງປາ 8.613 ໜອງ, ງົວ 4.436 ໂຕ, ຄວາຍ 1.154 ໂຕ, ແບ້ 2.017 ໂຕ, ໝູ 4.445 ໂຕ, ຊົນລະປະທານ 424 ແຫ່ງ ຄິດເປັນມູນຄ່າເສຍຫາຍປະມານ 500 ຕື້ກີບ.


ນອກຈາກນັ້ນ ກໍໄດ້ສົ່ງຜົນກະທົບຕໍ່ໂຄງລ່າງພື້່ນຖານເຊັ່ນ: ເສັ້ນທາງຫລວງແຫ່ງຊາດ 16 ແຫ່ງ, ເສັ້ນທາງຫລວງແຂວງ 32 ແຫ່ງ, ເສັ້ນທາງຫລວງເມືອງ 60 ແຫ່ງ, ເສັ້ນທາງຊົນນະບົດ 307 ແຫ່ງ, ເສັ້ນທາງເທດສະບານ 52 ແຫ່ງ, ຂົວ 97 ແຫ່ງ ແລະ ນໍ້າປະປາ 18 ຈຸດ ຄິດເປັນມູນຄ່າເສຍຫາຍປະມານ 838 ຕື້ກີບ.