ຫາກໍ່ຮູ້! ໃບກະເພົາ ຊ່ວຍຕ້ານການເກີດບາດແຜໃນກະເພາະອາຫານ

320

ຜັກກະເພົາເປັນຜັກພື້ນບ້ານປະຈຳຄົວເຮືອນ ນິຍົມນຳມາໃຊ້ເພື່ອດັບກິ່ນຄາວ ແລະ ເພີ່ມລົດຊາດເຜັດຮ້ອນ ພ້ອມກິ່ນຫອມແຮງ ຖືເປັນເຄື່ອງເທດຊັ້ນຍອດທີ່ທົ່ວໂລກນຳໃຊ້ ນອກນັ້ນ ຍັງມີສັບພະຄຸນທາງຢາໃນການຫຼຸດນ້ຳຕານໃນເລືອດລົົງໄດ້.

ໃບ ຮາກ ແລະຕົ້ນກະເພົາ ມີລົດຊາດເຜັດຮ້ອນ ສາມາດນຳມາຕົ້ມໃນນ້ຳສະອາດດື່ມເປັນຢາຂັບເຫື່ອສຳລັບຄົນໄຂ້ມາລາເລຍ ແລະປິ່ນປົວອາການເປັນໄຂ້ຫວັດ ມີລິດຂັບລົມໄດ້ເປັນຢ່າງດີ ຈຶ່ງມີການພັດທະນາມາເປັນຢາສະໝຸນໄພພື້ນບ້ານ ທັງນີ້ ໃບກະເພົາຍັງຖືເປັນຢາຂ້າເຊື້ອພະຍາດ ທີ່ໄດ້ຈາກທຳມະຊາດ ແລະມີຄຸນສົມບັດໃນການທຳລາຍເຊື້ອພະຍາດທີ່ເປັນສາເຫດເຮັດໃຫ້ຄົນເປັນໄຂ້.

ພິເສດແມ່ນກິ່ນ ແລະລົດຊາດອັນເປັນເອກະລັກຂອງໃບກະເພົາ ຊຶ່ງມີອົງປະກອບຫຼັກຄືນ້ຳມັນຫອມລະເຫີຍ ຊື່ວ່າ ຈິນອລ ແລະເມທິລຍູນອລ ທີ່ສົ່ງຜົນດີຕໍ່ລະບົບທາງເດີນຫາຍໃຈ ໃນຕຳລາຢາສະໝຸນໄພພື້ນບ້ານ ຈຶ່ງມີການນຳໃຊ້ກະເພົາ ເພື່ອຊ່ວຍຂັບຂີ້ກະເທິ ຂັບເຫື່ອ ແກ້ໄຂ້ ພ້ອມນີ້ ກໍມີການສຶກສາໃນຄົນໄຂ້ຫອບຫືດ ຊຶ່ງຢືນຢັນວ່າກະເພົາເຮັດໃຫ້ປອດເຮັດວຽກໄດ້ດີຂຶ້ນ ເຮັດໃຫ້ຫາຍໃຈສະ ດວກຂຶ້ນ ທັງມີລິດເສີມພູມຄຸ້ມກັນໃນຮ່າງກາຍໃຫ້ແຂງແຮງຂຶ້ນອີກດ້ວຍ.

ນອກນັ້ນ ໃນຄົນທີ່ມີບັນຫານ້ຳກົດໃນກະເພາະຫຼາຍ ຊຶ່ງຜ່ານການວິໄຈສະໄໝໃໝ່ພົບວ່າ ກະເພົາມີລິດຕ້ານການເກີດບາດແຜໃນກະເພາະອາຫານ ຫຼຸດການຫຼັ່ງກົດ ແລະມີລິດຫຼຸດການບີບຕົວຂອງລຳໄສ້ ບໍ່ພຽງແຕ່ເທົ່ານັ້ນ ເພາະວ່າກະເພົາຍັງມີສັບພະຄຸນທາງຢາທີ່ສາມາດຊ່ວຍຢັບຢັ້ງການແບ່ງຕົວຂອງເຊລມະເຮັງໃນຊ່ອງປາກໄດ້ ໂດຍມີການນຳເອົາສານສະກັດຊະນິດນ້ຳ ແລະຊະນິດຜົງຈາກໃບກະເພົາແບບເຂັ້ມຂຸ້ນ ແລະແບບອ່ອນມາທົດລອງກັບເຊລມະເຮັງໃນຊ່ອງປາກພົບວ່າ ສານສະກັດທັງສອງຊະນິດນັ້ນມີລິດໃນການທຳລາຍເຊລມະເຮັງໄດ້ອີກດ້ວຍ.

.