ນໍ້າໝາກພິລາ ສັບພະຄຸນຕ້ານພະຍາດມະເຮັງໄດ້

83

ທ່ານຮູ້ຫຼືບໍ່ວ່າໝາກພິລານອກຈາກຈະເປັນໝາກໄມ້ທີ່ມີລົດຊາດສົ້ົມອົມຫວານ ດື່ມເຂົ້າໄປແລ້ວເຮັດໃຫ້ເຮົາສົດຊື່ນແລ້ວ ຍັງມີຄຸນປະໂຫຍດຫຼາຍຢ່າງຕໍ່ສຸຂະພາບ ເພາະມີວິຕາມິນຊີສູງ ແລະ ມີເກືອແຮ່ທີ່ເປັນປະໂຫຍດຕໍ່ຮ່າງກາຍ ທີ່ສໍາຄັນຍັງຊ່ວຍຕ້ານພະຍາດຕ່າງໆກໍຄືພະຍາດມະເຮັງໄດ້ຢ່າງມີປະສິດທິພາບ.

ນ້ຳໝາກພິລາສົດມີສານຕ້ານອະນຸມູນອິດສະຫຼະຫຼາຍຊະນິດ ແລະ ສາມາດຫຼຸດພາວະແຂງຕົວ ຂອງຫຼອດເລືອດ ບັນເທົາພະຍາດຫົວໃຈ ແລະ ຄວາມດັນເລືອດສູງ ຊ່ວຍເພີ່ມພະລັງ ແລະ ຊ່ວຍເລື່ອງຄວາມງາມ ພຽງແຕ່ທ່ານດື່ມນ້ຳໝາກພິລາວັນລະຈອກ ກໍຈະຊ່ວຍສົ່ງເສີມການເຮັດວຽກຂອງຫຼອດເລືອດ ແລະ ຊ່ວຍເສີມສຸຂະພາບຂອງຫົວໃຈໃຫ້ດີຂຶ້ນ.

ນອກຈາກນັ້ນຜົນການວິໄຈຍັງພົບວ່າ ເປືອກໝາກພິລາມີສານໃນກຸ່ມແທນນິນສູງເຖິງ 22-25% ດັ່ງນັ້ນຈຶ່ງມີການນຳເອົາເປືອກໝາກພິລາຕາກແຫ້ງມານຳໃຊ້ເປັນຢາປິ່ນປົວອາການຖອກທ້ອງ ແລະ ເຈັບທ້ອງບິດ ພ້ອມດຽວກັນນີ້ ສານໃນກຸ່ມດັ່ງກ່າວຍັງມີຄຸນສົມບັດຕໍ່ຕ້ານອະນຸມູນອິດສະຫຼະແລະ ຊ່ວຍຫຼຸດການອັກເສບ ພ້ອມທັງອອກລິດຕໍ່ຕ້ານມະເຮັງກ່ວາ 13 ຊະນິດ ເປັນຕົ້ນແມ່ນມະເຮັງຜິວໜັງ ມະເຮັງລຳໄສ້ ມະເຮັງຫຼອດອາຫານ ແລະ ມະເຮັງຕັບເປັນຕົ້ນ.

ໝາກພິລາມີຄຸນສົມບັດໃນການທຳລາຍເຊວມະເຮັງຫຼອດອາຫານ ແລະ ລຳໄສ້ໃຫຍ່ທັງນີ້ມີການ ໃຫ້ກົດເອລລາຈິກກັບສັດທົດລອງ ສານດັ່ງກ່າວຈະໄປເລັ່ງການຂະຫຍາຍຕົວ ຂອງເຊລມະເຮັງແບບອະມອບໂດຊີສ (Amoptosis)ເຮັດໃຫ້ເຊລມະເຮັງຖືກທຳລາຍໂດຍກົນໄກການແຕກຕົວຂອງຕົວມັນເອງ.