ກໍານົດມາແລ້ວ! ປີໃໝ່ນີ້ ລາຄາຊີ້ນໝູຫ້າມເກີນ 36.000ກີບຕໍ່ກິໂລ

556

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ກໍານົດລາຄາສິນຄ້າໃນຊ່ວງໄລຍະສະເຫຼີມສະຫຼອງປີໃໝ່ 2020 ບໍ່ໃຫ້ລາຄາປານິນກະຊັງເກີນ 20.000ກີບ/ກິໂລ, ຊີ້ນໝູ ບໍ່ໃຫ້ເກີນ 36.000ກີບ/ກິໂລ, ຊີ້ນງົວ, ຄວາຍ ບໍ່ໃຫ້ເກີນ 75.000ກີບ/ກິໂລ ພ້ອມຮຽກຮ້ອງບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະ ຫ້າມຊື້-ຂາຍສິນຄ້າຕ້ອງຫ້າມຢ່າງເດັດຂາດ.

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການສະບັບເລກທີ 2307/ອຄ.ນວ.ຄພນ ລົງວັນທີ 18 ທັນວາ 2019 ເຖິງຫ້ອງການອຸດສາຫະກໍາ ແລະ ການຄ້າ 9ຕົວເມືອງ, ບັນດາສູນການຄ້າ, ຮ້ານສະດວກຊື້, ຫົວໜ່ວຍທຸລະກິດຈັດສັນຕະຫຼາດ, ຜູ້ປະກອບການທຸລະກິດ, ຊາວຄ້າຂາຍ ຢູ່ນະຄອນຫຼວງວຽງຈັນ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ຕາມລໍາພັງໃຈ ແລະ ຊື້-ຂາຍສິນຄ້າຕ້ອງຫ້າມໃນໄລຍະຈັດການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2019 ຕ້ອນຮັບປີໃໝ່ 2020, ໂດຍລາຍລະອຽດແຈ້ງການມີດັ່ງນີ້:

1 ໃຫ້ຜູ້ປະກອບການທຸລະກິດ, ຊາວຄ້າຂາຍນໍາສິນຄ້າຂອງຕົນເອງອອກມາຈໍາໜ່າຍໃນລາຄາທີ່ລັດກໍານົດໃຫ້ ໂດຍສະເພາະແມ່ນສິນຄ້າປະເພດຄວບຄຸມລາຄາເປັນຕົ້ນ ເຂົ້າ, ປາ, ຊີ້ນ ສ່ວນສິນຄ້າປະເພດອື່ນໆແມ່ນຂາຍໃນລາຄາປົກກະຕິທີ່ເຄີຍຂາຍໃນໄລຍະຜ່ານມາ, ການ8ຶນລາຄາກໍ່ໃຫ້ສົມເຫດສົມຜົນ, ຫ້າມກັກຕຸນສິນຄ້າ ຫຼື ສວຍໂອກາດຂຶ້ນລາຄາຕາມລໍາພັງໃຈ, ຖ້າມີການພັກຫຼິ້ນບຸນປີໃໝ່ໃຫ້ຄະນະຈັດສັນຕະຫຼາດຊຸກຍູ້ລະດົມໃຫ້ຊາວຄ້າຂາຍມາຂາຍໃຫ້ເປັນປົກກະຕິ ແລະ ຂໍຄວາມຮ່ວມມືນໍາຊາວຄ້າຂາຍພ້ອມກັນຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການສະໜອງສິນຄ້າມີພຽງພໍ, ລາຄາມີຄວາມສະຫງົບ, ປະກອບສ່ວນເຮັດໃຫ້ການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ 2019 ມີຄວາມເບີກບານມ່ວນຊື່ນ.

2 ກໍານົດລາຄາຂາຍຍ່ອຍປະເພດຊີ້ນ, ປາ ດັ່ງນີ້: ລາຄາຊີ້ນໝູປະເພດ 1(ຊີ້ນກ້ອນ, ດູກຂ້າງ) ບໍ່ໃຫ້ເກີນ 36.000 ກີບ/ກິໂລ, ປະເພດ 2 (ສາມຊັ້ນ, ຕິດມັນ) ບໍ່ໃຫ້ເກີນ 34.000 ກີບ/ກິໂລ; ລາຄາຊີ້ນງົວ, ຄວາຍ ປະເພດ 1 ບໍ່ໃຫ້ເກີນ 75.000ກີບ/ກິໂລ, ປະເພດ 2 ບໍໃຫ້ເກີນ 65.000 ກີບ/ກິໂລ; ສ່ວນລາຄາປານິນກະຊັງ ບໍ່ໃຫ້ເກີນ 20.000ກີບ/ກິໂລ.

ລາຄາຂາຍຍ່ອຍທີ່ໄດ້ກໍານົດຢູ່ໃນແຈ້ງການສະບັບນີ້ ແມ່ນໃຫ້ຈັດຕັ້ງປະຕິບັດ, ຈົນກ່ວາຈະມີແຈ້ງການປັບປຸງລາຄາຂາຍຍ່ອຍ ສະບັບໃໝ່ເພື່ອປ່ຽນແທນ

3 ຫ້າມບໍ່ໃຫ້ມີການນໍາເຂົ້າ ແລະ ຈໍາໜ່ສຍໝາກກະໂພກ ຫຼື ວັດຖຸອຸປະກອນທີ່ກໍ່ໃຫ້ເກີດສຽງແຕກ, ສຽງດັງທຸກປະເພດ ທີ່ຈະສົ່ງຜົນກະທົບຕໍຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມຢ່າງເດັດຂາດ.

4 ເວລາພະນັກງານລົງກວດກາຕົວຈິງຫາກພົບເຫັນຫົວໜ່ວຍທຸລະກິດ, ຊາວຄ້າຜູ້ໃດລະເມີດລະບຽບຫຼັກການ ແລະ ແຈ້ງການສະບັບນີ້ຈະໃຊ້ມາດຕະການສຶກສາອົບຮົມ, ປັບໃໝ ຫຼື ຍຶດສິນຄ້າຕາມກໍລະນີໜັກ ຫຼື ເບົາ.5 ມອບໃຫ້ຂະແໜງການຄ້າພາຍໃນ, ຫ້ອງການອຸດສາຫະກໍາ ແລະ ການຄ້າ 9ຕົວເມືອງ, ຄະນະຈັດສັນທຸກຕະຫຼາດເອົາໃຈໃສ່ຕິດຕາມກວດກາລາຄາສິນຄ້າທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະສິນຄ້າທີ່ລັດຄວບຄຸມ ແລະ ຄຸ້ມຄອງລາຄາ ບໍ່ໃຫ້ມີປາກົດການສິນຄ້າຂາດຕະຫຼາດ, ການສວຍໂອກາດກັກຕຸນສິນຄ້າ ເພື່ອປັ່ນປ່ວນຂຶ້ນລາຄາ ໃນຊ່ວງໄລຍະຈັດງານສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ 2020 ຢ່າງເດັດຂາດ.

6 ທຸກພາກສ່ວນຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.