ເຄື່ອງຟອກອາກາດຈາກຊຳຊຸງ

107

ປັດຈຸບັນນະວັດຕະກຳເພື່ອສຸຂະພາບເປັນສິ່ງທີ່ຫຼາຍຄົນໃສ່ໃຈ. ດັ່ງນັ້ນ, ຈຶ່ງເຫັນບັນດາເຄື່ອງໃຊ້ໄຟຟ້າເພື່ອສຸຂະພາບຢ່າງຫຼວງຫຼາຍໃນຫ້າງສັບພະສິນຄ້າ, ຫ້ອງການ ແລະ ທີ່ພັກອາໄສ. ສະນັ້ນ, ໃນມື້ນີ້ຜູ້ຂຽນຈະພາຜູ້ອ່ານມາຣີວິວເຄື່ອງຟອກອາກາດ Samsung Cube AX9500 ທີ່ເຕັມໄປດ້ວຍເລື່ອງສຸຂະພາບ ແລະ ມີເຕັກໂນໂລຊີ SmartThings ແພຼັດຟອມທີ່ເຊື່ອມຕໍ່ໃຫ້ເຄື່ອງໃຊ້ໄຟຟ້າສາມາດສັ່ງງານກວດເບິ່ງສະຖານະການເຮັດວຽກຂອງເຄື່ອງຟອກອາກາດໄດ້ທຸກທີ່ທຸກເວລາຜ່ານສະມາດໂຟນ.

ເຄື່ອງຟອກອາກາດ ຄື: ອຸປະກອນຊ່ວຍກັ່ນຕອງຝຸ່ນ, ໄວຣັສ, ເຊື້ອພະຍາດ, ແບັກທີເຣຍ, ກິ່ນເໝັນພາຍໃນເຮືອນ ເຊິ່ງເຊື້ອໄວຣັສ ແລະ ສິ່ງແປກປອມຕ່າງໆທີ່ຢູ່ໃນອາກາດເປັນອີກສາເຫດທີ່ເຮັດໃຫ້ເກີດພະຍາດພູມແພ້ ແລະ ເປັນອັນຕະລາຍຕໍ່ສຸຂະພາບ. ດັ່ງນັ້ນ, ເຄື່ອງຟອກອາກາດຈຶ່ງເປັນຕົວຊ່ວຍໃນການຈັດການພິດທາງອາກາດ.

ເມື່ອບໍ່ດົນມານີ້ ຊຳຊຸງ ໄດ້ເປີດຕົວເຄື່ອງຟອກອາກາດ Cube AX9500 ທີ່ມີຮູບຊົງພາຍນອກທີ່ສວຍງາມ ແລະ ມີເຕັກໂນໂລຊີ SmartThings ທີ່ມາພ້ອມກັບຟີເຈີໃນການໃຊ້ງານແບບງ່າຍໆຄວບຄຸມກວດສອບໄດ້ໃນສະມາດໂຟນ.

ຄຸນສົມບັດຂອງເຄື່ອງຟອກອາກາດຊຳຊຸງ Cube ລຸ້ນ AX9500 ມີຮູບແບບ Modular Design ເຮັດໃຫ້ສາມາດເຊື່ອມຕໍ່ເຂົ້າກັນໄດ້ແບບ 2 ເຄື່ອງຊ້ອນກັນ, ເພີ່ມອັດຕາ ຄວາມແຮງ ແລະ ເພີ່ມພື້ນທີ່ໃນການຟອກອາກາດຂຶ້ນໄດ້ເຖິງ 94 ຕາລາງແມັດ ( ຈາກເດີມ 1 ເຄື່ອງຮອງຮັບພື້ນທີ່ໃນການຟອກອາກາດ 47 ຕາລາງແມັດ ); ສາມາດສັ່ງງານຜ່ານ SmartThings; ສາມາດກຳຈັດຝຸ່ນ PM 0.3 ໄດ້ເຖິງ 99,9%; ມີ Wind-Free Purification ເຕັກໂນໂລຊີຟອກອາກາດບໍລິສຸດແບບລົມບໍ່ປະທະຕົວ; ມີ Wind-Free ສະເພາະຂອງຊຳຊຸງທີ່ຈະຊ່ວຍກະຈາຍອາກາດບໍລິສຸດອອກມາ ແລະ ໃຊ້ງານງຽບ.

ຄຸນສົມບັດການກັ່ນຕອງອາກາດສາມາດກຳຈັດຝຸ່ນ PM 0.3 ໄດ້ເຖິງ 99,9% ເຊິ່ງສາມາດດັກຈັບຝຸ່ນ ແລະ ແກ໊ສອັນຕະລາຍຕາມຄວາມສາມາດໃນການກຳຈັດມວນພາວະໃນອາກາດ ເຊິ່ງແຝງກັ່ນຝຸ່ນທີ່ມີຂະໜາດໃຫຍ່ຕັ້ງແຕ່ PM10 ຂະໜາດນ້ອຍ PM 2.5 ທີ່ບໍ່ສາມາດເບິ່ງເຫັນດ້ວຍຕາ ແລະ ນ້ອຍໄປຈົນເຖິງ PM 0.3 ທີ່ສາມາດຊຶມເຂົ້າຜິວໜັງ ແລະ ກະແສເລືອດໄດ້ ເຊິ່ງເປັນອັນຕະລາຍຕໍ່ຮ່າງກາຍ ເຊິ່ງການສູບອາກາດບໍລິສຸດຈະເຮັດໃຫ້ເຮົາຫ່າງໄກຈາກພະຍາດພູມແພ້, ຫອບຫືດ ແລະ ພະຍາດປອດອັກເສບໄດ້.

ໂດຍ: ສົມລົດ, ທີ່ມາ: https://www.it24hrs.com/2019/samsung-cube-ax9500/