ອັດຕາເງິນເຟີ້ເດືອນພະຈິກ ເພີ່ມຂຶ້ນ 5,92%

70

ອັດຕາເງິນເຟີ້ໃນເດືອນພະຈິກ 2019 ຢູ່ທີ່ 5,92% ໃນນີ້, ໝວດທີ່ເໜັງຕີງ ເພີ່ມຂຶ້ນແມ່ນສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ 10,20% ເນື່ອງຈາກລາຄາເຂົ້າສານເພີ່ມຂຶ້ນ 32,48%. ຂະນະທີ່ປະເພດຊີ້ນ ແລະ ປາກໍເພີ່ມຂຶ້ນ; ສ່ວນປະເພດໝາກໄມ້ ແລະ ຜັກສົດ ແມ່ນຢູ່ໃນເກນປົກ ກະຕິ.

ສູນສະຖິຕິແຫ່ງຊາດກະຊວງແຜນການ ແລະ ການລົງທຶນ ເປີດເຜີຍວ່າ: ອັດຕາເງິນເຟີ້ໃນເດືອນພະຈິກ 2019 ທຽບກັບເດືອນພະຈິກ 2018 ເພີ່ມຂຶ້ນ 5,92% ຍ້ອນການເໜັງຕີງຂອງໝວດສະບຽງອາຫານ ແລະ ເຄື່ອງດື່ມ  ບໍ່ມີທາດເຫຼົ້າ 10,20%; ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 2,32%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 4,14%; ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມເພີ່ມຂຶ້ນ 0,88%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 3,55%; ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 1,74%; ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 1,35%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 3,35%; ໝວດບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 3,18%; ໝວດການສຶກສາ ເພີ່ມຂຶ້ນ 1,71%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 1,94% ແລະ ໝວດສິນຄ້າ – ການບໍລິການອື່ນໆ ເພີ່ມຂຶ້ນ 5,46%.

ຈຸດສົນໃຈຂອງເດືອນພະຈິກຜ່ານມາ ຍັງແມ່ນໝວດເຄື່ອງນຸ່ງຫົ່ມ ແລະ ເກີບ, ໝວດເຄື່ອງໃຊ້ໃນເຮືອນ ແມ່ນສືບຕໍ່ເພີ່ມຂຶ້ນຈາກເດືອນຜ່ານມາຫາກທຽບປີຕໍ່ປີ ໂດຍສະເພາະປະເພດເຄື່ອງນຸ່ງຫົ່ມມີທ່າອ່ຽງເພີ່ມຂຶ້ນມາຈາກລາຍການຄ່າແຮງງານຕັດເຄື່ອງແມ່ຍິງ ແລະ ລາຍການຂອງເສື້ອກັນໜາວ ເພາະຢູ່ໃນໄລຍະລະດູໜາວ ເຮັດໃຫ້ຜູ້ຊົມໃຊ້ອອກມາຊື້ເຄື່ອງກັນໜາວຫຼາຍຂຶ້ນ ແລະ ສືບເນື່ອງມາຈາກອັດຕາແລກປ່ຽນເພີ່ມຂຶ້ນ ກໍເຮັດໃຫ້ໝວດສິນຄ້າດັ່ງກ່າວເພີ່ມຂຶ້ນໄປ ນຳ. ສໍາລັບໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 5,46% ທີ່ເໜັງຕີງມາຈາກລາຄາຄຳຮູບປະພັນ; ສ່ວນໝວດອື່ນໆທີ່ປັບຕົວຫຼຸດລົງ ໄດ້ແກ່: ໝວດຄົມມະນາຄົມ ແລະ ຂົນສົ່ງ ທຽບໃສ່ເດືອນຜ່ານມາແມ່ນສືບຕໍ່ເໜັງຕີງຢູ່ໃນລະດັບຕໍ່າ 1,35% ຍ້ອນລາຄານໍ້າມັນເຊື້ອໄຟປັບລົງເລັກໜ້ອຍຈາກເດືອນຕຸລາ 2019.

ຫາກເວົ້າສະເພາະດັດຊະນີຜູ້ບໍລິໂພກປະຈໍາເດືອນພະຈິກ 2019 ທຽບກັບເດືອນຕຸລາ 2019 ຜ່ານມາ ແມ່ນເພີ່ມຂຶ້ນ 0,36% ໂດຍມີການປ່ຽນແປງຂອງລາຄາສິນຄ້າ ແລະ ບໍລິການ ເຊັ່ນ: ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 0,62%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 0,62%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,61%; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 0,63%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 0,25%; ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 0,60%.

ຂ່າວ: ສົມສະຫວິນ