ພາລະກິດຖໍ້າຫຼວງທີ່ບໍ່ເຄີຍເປີດເຜີຍໃຫ້ໂລກຮູ້ໃນຮູບເງົາ “ The Cave ຖ້ຳນາງນອນ ”

106

ຫຼັງຈາກລໍຖ້າມາດົນກັບປະຕິບັດການພາລະກິດຊ່ວຍເຫຼືອໃນຖໍ້າຫຼວງ ແລະ ໄດ້ມີການນໍາມາຜະລິດເປັນຮູບເງົາ “ The Cave ຖ້ຳນາງນອນ ” ເຊິ່ງກໍາກັບໂດຍ Tom Waller, ຂຽນບົດໂດຍ Katrina Grose ແລະ Don Linder.

ຮູບເງົາ “ The Cave ຖ້ຳນາງນອນ ”

ນໍາສະແດງໂດຍ Ron Smoorenburg, Maythavee Weiss, Eoin O’Brien, Lawrence de Stefano ແລະ Ross Cain ເຊິ່ງເປັນການສ້າງຈາກເຫດການສຸດຮືຮາໃນປະເທດໄທ ແລະ ເປັນເຫດການທີ່ທົ່ວໂລກໃຫ້ຄວາມສົນໃຈຈົນກາຍເປັນຮູບເງົາທີ່ຫຼາຍຄົນລໍຖ້າ, ຫຼັງຈາກທີ່ເດັກນ້ອຍຄົນໄທ ທີ່ເປັນນັກກີລາບານເຕະທີມ “ ໝູປ່າ ” ທັງ 13 ຄົນຕິດຢູ່ໃນຖ້ຳນາງນອນ ( ຖໍ້າຫຼວງ ) ແລະ ບໍ່ສາມາດກັບອອກມາໄດ້ ໂດຍໄດ້ມີການຈັດຕັ້ງປະຕິບັດທີມກູ້ໄພເພື່ອຄົ້ນຫາ ແລະ ເອົາຕົວພວກເຂົາອອກມາຈາກຖໍ້າໃຫ້ໄດ້, ແຕ່ໃນຂະນະປະຕິບັດການຄົ້ນຫາຂ້ອນຂ້າງລໍາບາກ ແລະ ຍາວນານ ໂດຍການປະຕິບັດການໃນເທື່ອນີ້ແມ່ນໜັກ ແລະ ບໍ່ງ່າຍຄືທີ່ຄິດໄວ້.

ຢາກຮູ້ວ່າພາລະກິດໃນການຊ່ວຍທີມ “ ໝູປ່າ ” ຈະຫຍຸ້ງຍາກ ແລະ ໜັກໜາຫຼາຍເທົ່າໃດ ໃຫ້ຕິດຕາມຮູບເງົາທີ່ເລີ່ມເຂົ້າສາຍແລ້ວມື້ນີ້ໃນໂຮງຮູບເງົາ CityPlex ດົງໂດກ.

ຂໍ້ມູນຈາກ: CityPlex

ຮຽບຮຽງ: ນຸ້ມນິ້ມ