ຮູ້ຈັກສາວລູກຊອດ ຕົວແທນປະເທດຮ່ວມປະກວດ Miss Model Of The Universe 2020

273

ມາຮູ້ຈັກສາວງາມ ໜ້າລູກຊອດຄົນນີ້ ບອກເລີຍວ່າ ຄວາມສາມາດບໍ່ທໍາມະດາ ຫຼາຍໆຄົນກໍຄົງຄຸ້ນໆຫາກໄດ້ເຫັນຮູບ

ທີ່ກ່າວເຖິງຢູ່ນີ້ ແມ່ນ ມາຊ່າ ມະລິສາ ສີດາຈັນ ທີ່ຈະເປັນຕົວແທນປະເທດລາວຮ່ວມປະກວດ Miss Model Of The Universe 2020 ໃນເມືອງມຸມໄບ (Mumbai), ປະເທດອິນເດຍ..

ເຊິ່ງການປະກວດ Miss Model Of The Universe 2020 ຈະຈັດຂຶ້ນລະຫວ່າງວັນທີ 18 ຫາ 31 ມັງກອນ 2020

ນອກນັ້ນ, ຍັງຈະໄດ້ຮ່ວມເດີນແບບໃນງານ INDIA INTERNATIONAL FASHION WEEK ລະຫວ່າງວັນທີ 25 – 26 ມັງກອນ 2020 ອີກດ້ວຍ.
ແລະ ມື້ປະກວດຮອບສຸດທ້າຍແມ່ນວັນທີ 29 ມັງກອນ 2020.

ມາຊ່າ ມະລິສາ ສີດາຈັນ ອາຍຸ 27 ປີ, ຫຼາຍຄົນອາດສົງໄສວ່າຮູບຮ່າງໜ້າຕາຂອງສາວ ມາຊ່າຄືລູກຊອດແທ້ ນັ້ນແມ່ນຄວາມຈິງ ສາວ ມາຊ່າ ເປັນລູກຊອດລາວ ຢູເຄຣນ ພໍ່ເປັນຄົນລາວ ແມ່ຢູເຄຣນ.

ມາຊ່າບອກວ່າ: ຈົບການທະນາຄານ ຈາກສະຖາບັນການທະນາຄານ, ປັດຈຸບັນເຮັດວຽກຢູ່ໂຮງແຮມລາວໂປແອດ,
ຢູ່ ບ້ານຫາຍໂສກ ເມືອງຈັນຖະບູລີ ນະຄອນຫຼວງວຽງຈັນ ແລະ ຜ່ານມາເຄີຍປະກວດເວທີ Miss Universe Laos 2017 ໄດ້ຮອງອັນດັບ 4,

ນອກຈາກນັ້ນກໍເປັນນາງແບບ, ເດີນແບບ, ຖ່າຍແບບໃນງານຕ່າງໆ ແລະ ກໍຍັງເປັນນັກກິລາບານສົ່ງ ເຄີຍເປັນທີມຊາດ ໃນງານ ຊີເກມ 2009 ລາວເປັນເຈົ້າພາບ, ກິລາມະຫາໄລປີ 2011, ເຂົ້າທີມກະຊວງ ປກສ ໃນງານກິລາແຫ່ງຊາດ ທີ່ຫຼວງພະບາງ, ທີມເຈົ້າພາບ ໃນງານກິລາແຫ່ງຊາດ ທີ່ ອຸດົມໄຊ ແລະ ງານຊິງຂັນສະຫະພັນບານສົ່ງປະຈຳປີກະຫລິ້ນໃຫ້ທີມ ປກສ.

.

ສໍາລັບ ການປະກວດ Miss Model Of The Universe 2020 ມາຊ່າ ຄາດຫວັງຕິດອັນດັບຕົ້ນໆ ແລະ ກະຈະເຮັດເຕັມທີ່ ແຕ່ຖ້າບໍ່ໄດ້ຢ່າງນ້ອຍກະຂໍໃຫ້ໄດ້ເຜີຍແຜ່ວັດຖະນາທຳ ແລະ ຊື່ສຽງຂອງປະເທດຊາດໃຫ້ໂລກໄດ້ຮູ້ຈັກ ແລະ ຢາກມາສຳພັດດ້ວຍຕົນເອງ.

ຕອນນີ້ນອກຈາກຄວາມຮູ້, ຂໍ້ມູນຕ່າງໆກ່ຽວກັບປະເທດ ແລະ ຄວາມຮູ້ຮອບໂຕແລ້ວ ກໍກຽມຄວາມພ້ອມຕອນນີ້ກະເນັ້ນເລື່ອງການອອກກຳລັງກາຍ, ຟິດຫຸ່ນ
ສ່ວນມື້ທີ່ເດີນທາງໄປ ແມ່ນຍັງບໍ່ທັນແນ່ໃຈເທື່ອ ແລ້ວຈະແຈ້ງໃຫ້ຮູ້ອີກຄັ້ງ ແນວໃດກໍເປັນກໍາລັງໃຈ ແລະ ເຊຍລາວແນ່ເດີ້.