ໂດລາຍັງເປັນເງິນທີ່ແຂງແກ່ນເໜືອເງິນສະກຸນອື່ນ

112

ນັກວິເຄາະຕະຫຼາດເງິນເຫັນວ່າຄ່າເງິນສະກຸນສໍາຄັນໆຂອງໂລກຍັງຄົງເຄື່ອນໄຫວບໍ່ຫຼາຍຈົນເຖິງຕົ້ນປີ2020ໂດຍບໍ່ມີປັດໄຈບວກເນື່ອງຈາກຄວາມຄືບໜ້າພຽງໜ້ອຍດຽວຂອງການເຈລະຈາການຄ້າລະຫວ່າງອາເມຣິກາ ແລະ ຈີນໂດຍນັກວິເຄາະສ່ວນໃຫຍ່ເຫັນວ່າໂດລາຍັງເປັນສະກຸນເງິນທີ່ມີພື້ນຖານທີ່ແຂງແກ່ນເມື່ອປຽບທຽບກັບເງິນສະກຸນອື່ນໆ.

ສະກຸນເງິນໂດລາມີພື້ນຖານຮອງຮັບທີ່ແຂງແກ່ນກວ່າເງິນສະກຸນອື່ນໆຂອງໂລກເນື່ອງຈາກຄວາມຕ້ອງການຊື້ຊັບສິນປອດໄພ,ນອກຈາກນີ້,ອັດຕາຜົນຕອບແທນຕະຫຼາດພັນທະບັດໃນອາເມຣິກາຍັງສູງກວ່າຜົນຕອບແທນຂອງປະເທດຕ່າງໆເຊັ່ນເຢຍລະມັນ ແລະ ເອີໂຣໂຊນ.

ທ່ານ ທິມ ຣິດເດນ ນັກວິເຄາະກົນລະຍຸດດ້ານເສດຖະກິດມະຫາພາກຂອງເວດແພກເຫັນວ່າ:ຕະຫຼາດເງິນເລີ່ມລຶ້ງເຄີຍກັບຄໍາເວົ້າຂອງທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາທີ່ບໍ່ມີຄວາມແນ່ນອນ,ຢ່າງໃດກໍຕາມຍັງຄາດຄະເນວ່າຕະຫຼາດເງິນອາດຈະໄດ້ຮັບຜົນກະທົບຫາກສອງຝ່າຍບໍ່ສາມາດບັນລຸຂໍ້ຕົກລົງ.

ນອກຈາກນີ້,ນັກຄ້າເງິນຍັງເຫັນວ່າຂໍ້ຕົກລົງເລື່ອງການຄ້າໃນໄລຍະ2ເປັນເລື່ອງທີ່ຕົກລົງກັນຍາກ ແລະ ຄົງບໍ່ເກີດຂຶ້ນກ່ອນການເລືອກຕັ້ງອາເມຣິກາໃນເດືອນ ພະຈິກປີ2020ສະນັ້ນຄໍາເວົ້າຂອງທ່ານ ທຣໍາ ຈຶ່ງສົ່ງຜົນກະທົບບໍ່ຫຼາຍ.