ອາກາດຍັງສືບຕໍ່ໜາວເຢັນ ຫາເຢັນຫຼາຍຕອນກາງຄືນ-ຕອນເຊົ້າ ໃນແຕ່ລະພາກ

57

ສະພາບອາກາດໂດຍທົ່ວໄປລວມເວລາ 7:00 ໂມງຂອງວັນທີ 11/12/2019 ຄວາມກົດັນສູງເຢັນທີ່ປະເທດຈີນໄດ້ອ່ອນກໍາລັງລົງເລັກນ້ອຍແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ອາກາດຍັງສືບຕໍ່ໜາວເຢັນຢູ່ໃນແຕ່ລະພາກ ແລະ ອາກາດຍັງສືບຕໍ່ໜາວເຢັນຫຼາຍໃນຕອນກາງຄືນ ຫາ ຕອນເຊົ້າ ຈົນເຖິງຂັ້ນນໍ້າກ້າມຢູ່ບາງທ້ອງຖີ່ນຕື່ມອີກ ໃນເຂດແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ໃນຕອນບ່າຍອຸນຫະພູມຈະຄ່ອຍໆອຸນຂື້ນຢູ່ໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ ອາກາດສືບຕໍ່ໜາວເຢັນຫຼາຍ ຈົນເຖິງຂັ້ນນໍ້າກ້າມຢູ່ບາງທ້ອງຖິ່ນແຂວງ ຫົວພັນ ແລະ ຊຽງຊວາງຕື່ມອີກ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 01-20 ອົງສາ.

ພາກເໜືອດ້ານຕາເວັນຕົກ: ອາກາດສືບຕໍ່ໜາວເຢັນຫຼາຍ ພ້ອມມີໝອກບາງປົກຫຸ້ມຢູ່ທົາວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ແລະ ໃນຕອນບ່າຍອຸນຫະພູມອາກາດຈະຄ່ອຍໆອຸ່ນຂຶ້ນ. ອຸນຫະພູມໃນລະຫວ່າງ 02-26 ອົງສາ.

ພາກກາງ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ໃນຕອນບ່າຍອຸນຫະພູມທົ່ວໄປຈະຄ່ອຍໆອຸ່ນຂຶ້ນ. ອຸນຫະພູມໃນລະຫວ່າງ 06-28 ອົງສາ. ສະເພາະແຂວງໄຊສົມບູນ ອາກາດຍັງສືບຕໍ່ໜາວເຢັນຫຼາຍ ຈົນເຖິງຂັ້ນນໍ້າກ້າມຢູ່ບາງບໍລິເວນຕື່ມອີກ. ອຸນຫະພູມໃນລະຫວ່າງ 01-23 ອົງສາ. ສະເພາະນະຄອນຫຼວງວຽງຈັນ ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ໃນຕອນບ່າຍອຸນຫະພູມຕຄອນບ່າຍຈະຄ່ອຍອຸ່ນຂຶ້ນ, ອຸນຫະພູມໃນລະຫວ່າງ 13-27 ອົງສາ.

ພາກໃຕ້: ອາກາດໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ໃນຕອນບ່າຍອຸນຫະພູມອາກາດຈະສູງຂຶ້ນເລັກນ້ອຍ. ອຸນຫະພູມໃນລະຫວ່າງ 13-31 ອົງສາ. ສໍາລັບເຂດພູພຽງບໍລິເວນ ແລະ ນິຄົມ 34 ອາກາດຍັງໜາວຫຼາຍ ພ້ອມມີໝອກໝາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 03-24 ອົງສາ.

ເຊິ່ງກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບອາກາດໃນແຕ່ລະພື້ນທີ່ ທີ່ມີອາກາດໜາວອຸນຫະພູມລົງແຕະ 0 ອົງສາ ມື້ນີ້ມີ: ແຂວງຊຽງຂວາງ, ໄຊສົມບູນ ອຸນຫະພູມຢູ່ທີ່ 0 ອົງສາ; ຖັດລົງມາ ຊຳເໜືອ, ອຸດົມໄຊ, ເມືອງ ສິງ ອຸນຫະພູມຢູ່ທີ່ 01 ອົງສາ; ວຽງໄຊ, ຫຼວງນໍ້າທາ ແລະ ປາກຊ່ອງບໍລິເວນ ວັດແທກໄດ້ 02 ອົງສາ; ຫຼັກ20, ເມືອງ ວຽງທອງ ແລະ ນິຄົມ34 ອຸນຫະພູມຢູ່ທີ່ 04 ອົງສາ. ສ່ວນນະຄອນຫຼວງວຽງຈັນ ອຸນຫະພູມເຊົ້ນີ້ແມ່ນ 13 ອົງສາ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ໃຫ້ຮັບມືກັບສະພາບອາກາດທີ່ປ່ຽນແປງຢ່າງໄວ ແລະ ສືບຕໍ່ຮັກສາສຸຂະພາບ ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.