ຝຣັ່ງ ສັ່ງຫ້າມສິນຄ້າມີສານໄກລໂຟເຊດ 36 ລາຍການ

75

ລັດຖະບານຝຣັ່ງ ໄດ້ຖອນໃບອະນຸຍາດຂອງຜະລິດຕະພັນກຳຈັດສັດຕູພືດ 36 ລາຍການ ທີ່ມີສ່ວນປະສົມຂອງໄກລໂຟເຊດ ໂດຍຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ມັງກອນ 2021.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນອັງຄານ ທີ 10 ທັນວາ ວ່າ ສຳນັກງານສາທາລະນະສຸກ ແລະ ຄວາມປອດໄພດ້ານອາຫານ, ສະພາບແວດລ້ອມ ແລະ ການປະກອບອາຊີບຂອງປະເທດຝຣັ່ງ (ແອນເຊສ: ANSES: French Agency for Food, Environmental and Occupational Health & Safety) ໄດ້ອອກຖະແຫຼງການ ເມື່ອວັນຈັນ ກ່ຽວກັບການຍົກເລີກໃບອະນຸຍາດດ້ານການຕະຫຼາດຂອງຢາກຳຈັດສັດຕູພືດ 36 ລາຍການ ທີ່ມີສານໄກລໂຟເຊດ ເປັນສ່ວນປະກອບພື້ນຖານ ເນື່ອງຈາກຜູ້ປະກອບການທີ່ເປັນເຈົ້າຂອງຜະລິດຕະພັນ ທັງໝົດ 36 ລາຍການ ບໍ່ສາມາດສະແດງຫຼັກຖານທີ່ມີນໍ້າໜັກພຽງພໍ ວ່າ ຜະລິດຕະພັນຂອງຕົນເອງ “ປາສະຈາກຄວາມສ່ຽງຕໍ່ສຸຂະພາບ” ໂດຍມາດຕະການດັ່ງກ່າວຈະມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 1 ມັງກອນ 2021.

ຂະນະດຽວກັນ ຖະແຫຼງການຂອງ ແອນເຊສ ລະບຸວ່າ ທາງໜ່ວຍງານໄດ້ປະຕິເສດ ຄຳຮ້ອງຂໍຂອງບໍລິສັດບາງແຫ່ງ ໃນການຮ້ອງຂໍການອະນຸມັດໃບອະນຸຍາດ ໃຫ້ຈຳໜ່າຍສານເຄມີ 4 ລາຍການ ທີ່ມີໄກລໂຟເຊດ ເປັນສ່ວນປະກອບ. ນອກຈາກນີ້ ແອນເຊສ ກຳລັງກວດກາຜະລິດຕະພັນໄກລໂຟເຊດອີກ 69 ລາຍການ ເຊິ່ງຍັງມີວາງຈຳໜ່າຍຢູ່ທ້ອງຕະຫຼາດ ແລະ ຄຳຮ້ອງຂໍໃບອະນຸຍາດຈຳໜ່າຍອີກ 11 ລາຍການ ໂດຍຄວາມເຄື່ອນໄຫວດັ່ງກ່າວຂອງ ແອນເຊສ ເປັນໄປຕາມນະໂຍບາຍດ້ານສິ່ງແວດລ້ອມຂອງປະທານາທິບໍດີເອັມານູເອລ ມາຄຣົງ ເຊິ່ງໄດ້ປະກາດ ເມື່ອປີ 2017 ວ່າ ຕ້ອງການຢຸດການນຳໃຊ້ ສານໄກລໂຟເຊດ ພາຍໃນ 3 ປີ ໃນປະເທດ. ຢ່າງໃດກໍ່ຕາມ, ຜູ້ນຳຝຣັ່ງບໍ່ໄດ້ກ່າວຢ່າງຊັດແຈ້ງ ວ່າ ໃຫ້ສານໄກລໂຟເຊດເປັນສານເຄມີຜິດກົດໝາຍໃນປະເທດ ຫຼື ບໍ່.

ທັງນີ້ ສານໄກລໂຟເຊດ ໄດ້ຮັບການຄົ້ນຄວ້າ ແລະ ຖືກພັດທະນາ ໂດຍບໍລິສັດມອນຊານໂຕ ເຊິ່ງເປັນຜູ້ປະຕິບັດການດ້ານກະສິກຳ, ເຄມີ ແລະ ຊີວະພາບດ້ານການກະເສດລາຍໃຫຍ່ລະດັບໂລກຈາກສະຫະລັດອາເມລິກາ ແລະ ວາງຈຳໜ່າຍໃນຮູບແບບຂອງຜະລິດຕະພັນຢາກຳຈັດສັດຕູພືດ ຍີ່ຫໍ້ “ຣາວອັບ” (RoundUp). ອີກປະການໜຶ່ງ ບໍລິສັດມອນຊານໂຕ ໄດ້ອອກມາປະຕິເສດຕະຫຼອດວ່າ ສານໄກລໂຟເຊດ ອາດຈະເປັນຕົ້ນເຫດທີ່ກໍ່ໃຫ້ເກີດເປັນມະເຮັງ ເຖິງວ່າສະຖານະການຂອງບໍລິສັດທີ່ຍັງຜະເຊີນກັບການຟ້ອງຮ້ອງຫຼາຍຄະດີທັງພາຍໃນ ແລະ ຕ່າງປະເທດ ແລະ ອົງການອະນາໄມໂລກ (WHO) ທີ່ເຄີຍອອກລາຍງານເມື່ອປີ 2015 ວ່າ “ມີຄວາມເປັນໄປໄດ້” ທີ່ສານໄກລໂຟເຊດ ຈະເປັນສາເຫດຂອງມະເຮັງ.

ອີກດ້ານໜຶ່ງ ລັດຖະບານອອສເຕຣຍ ທີ່ຕ້ອງການເປັນປະເທດທຳອິດໃນທະວີບເອີຣົບ ທີ່ໄດ້ສັ່ງຫ້າມໃຊ້ສານໄກລໂຟເຊດ ຢ່າງເປັນທາງການ ເປີດເຜີຍວ່າ ການສັ່ງແບນສານດັ່ງກ່າວພາຍໃນປະເທດບໍ່ສາມາດມີຜົນບັງຄັບໃຊ້ໄດ້ທັນຕາມກຳນົດ ຄື ວັນທີ 1 ມັງກອນ 2020 “ເນື່ອງດ້ວຍບັນຫາທາງເທັກນິກຫຼາຍດ້ານ” ທີ່ຈະສ້າງຄວາມເຫັນດີໃຫ້ກັບພາກກະສິກຳທ້ອງຖິ່ນ ທີ່ກ່າວວ່າ ປະເດັນນີ້ ຄວນເປັນຄຳສັ່ງຈາກລະດັບສະຫະພາບເອີຣົບ (EU) ຫຼາຍກວ່າ ເຊິ່ງໄດ້ປະກາດເມື່ອທ້າຍປີ 2017 ວ່າ ໄດ້ກຳນົດໄລຍະຜ່ອນຜັນ 5 ປີ ໃຫ້ແກ່ປະເທດສະມາຊິກ ໃນການນຳໃຊ້ສານໄກລໂຟເຊດ.