ອຸຕຸແຈ້ງ! ອາກາດຍັງຈະສືບຕໍ່ໜາວເຢັນ ຫາເຢັນຫຼາຍໃນແຕ່ລະພາກ

185

ສະພາບອາກາດໂດຍທົ່ວໄປລວມເວລາ 7:00 ໂມງຂອງວັນທີ 10 ທັນວາ 2019 ມວນອາກາດເຢັນທີ່ປະເທດຈີນຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຍັງສືບຕໍ່ໜາວເຢັນຢູ່ໃນແຕ່ລະພາກ, ພ້ອມມີລົມພັດແຮງເປັນບາງໂອກາດ ແລະ ອາກາດຍັງໜາວເຢັນຫຼາຍ ຈົນເຖິງຂັ້ນນໍ້າກ້າມຢູ່ບາງທ້ອງຖີ່ນຕື່ມອີກໃນເຂດແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ.

ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ) ອາກາດຍັງສືບຕໍ່ໜາວເຢັນຫຼາຍ ຈົນເຖິງຂັ້ນນໍ້າກ້າມຢູ່ບາງທ້ອງຖິ່ນແຂວງ ຫົວພັນ ແລະ ຊຽງຂວາງ ຕື່ມອີກ. ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 0 -18 ອົງສາ.

ພາກເໜືອດ້ານຕາເວັນຕົກ: (ອຸດົມໄຊ, ຫ້ວຍຊາຍ, ຫຼວງນໍ່າທາ, ເມືອງສິງ, ວຽງພູຄາ, ຫຼວງພະບາງ ແລະ ໄຊຍະບູລີ) ອາກາດຍັງສືບຕໍ່ໜາວເຢັນຫຼາຍ, ພ້ອມມີໝອກບາງປົກຫຸ້ມທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 01-26 ອົງສາ.

ພາກກາງ: (ໄຊສົມບູນ, ໂພນໂຮງ, ປາກຊັນ, ຫຼັ້ກ20, ເມືອງວຽງທອງ, ນາກາຍ, ທ່າແຂກ, ສະຫວັນນະເຂດ ແລະ ເຊໂນ) ອາກາດໜາວເຢັນ ຫາໜາວເຢັນຫຼາຍ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຍັງຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 5-27 ອົງສາ. ສະເພາະແຂວງໄຊສົມບູນ ອາກາດຍັງສືບຕໍ່ໜາວເຢັນຫຼາຍ ຈົນເຖິງຂັ້ນນໍ້າກ້າມຢູ່ຕື່ມອີກ. ອຸນຫະພູມໃນລະຫວ່າງ 01-23 ອົງສາ.

ສ່ວນນະຄອນຫຼວງວຽງຈັນ: ອາກາດຍັງສືບຕໍ່ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 11-26 ອົງສາ.

ພາກໃຕ້: (ປາກເຊ, ນິຄົມ34, ສາລະວັນ, ເຊກອງ. ທ່າແຕງ, ດາກຈຶງ ແລະ ອັດຕະປື) ອາກາດໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 12-30 ອົງສາ. ສ່ວນເຂດພູພຽງບໍລິເວນ ອາກາດໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າສ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 03-23 ອົງສາ.

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງພໍ່ແມ່ປະຊາຊົນ ທີ່ອາໄສຢູ່ບັນດາເຂດແຂວງຕ່າງໆ ຈົ່ງຮັກສາສຸຂະພາບ ແລະ ອົບອຸ່ນຮ່າງກາຍຢູ່ສະເໝີ ໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ ເນື່ອງຈາກມີພູມຄຸມກັນຕໍ່າ ເພາະອາດສ່ຽງຕໍ່ການເຈັບປ່ວຍໄດ້ງ່າຍ.