ສາວນິ່ງ ຕົວແທນປະເທດລາວໄປປະກວດທີ່ປະເທດກໍາປູເຈຍ

68

ຫຼັງຈາກຜ່ານການປະກວດ Miss Universe Laos 2019 ສາວ ປາວິນາ ຍົງວົງສິດທິ ກໍໄດ້ດຳລົງຕຳແໜ່ງ Miss Tourism international laos 2019 ກໍໄດ້ໄປຕໍ່ໃນເວທີ Miss Tourism Metropolitan International 2019 ທີ່ພະນົມເປັນ ປະເທດກໍາປູເຈຍ ໂດຍເລີ່ມເກັບຕົວນັບແຕ່ວັນທີ 4 ທັນວາ ແລະ ຮອບຊີງຊະນະເລີດວັນທີ 14 ທັນວາ 2019.

ນາງ ປາວິນາ ຍົງວົງສິດທິ ຫຼື ນິ່ງ ໃຫ້ສໍາພາດວ່າ: ຕົນເອງຈົບການສຶກສາຈາກວິທະຍາໄລ ຈັນສະໝຸດ ບໍລິຫານທຸລະກິດ ແຂວງໄຊຍະບູລີ ສ່ວນເສັ້ນທາງສູ່ການປະກວດແມ່ນມີຜູ້ໃຫຍ່ຕິດຕໍ່ມາ ແລະ ເຫັນເຖິງສັກກະຍະພາບຂອງຕົວນ້ອງ ຈຶ່ງໄດ້ເປັນຕົວແທນສາວລາວໄປປະກວດໃນເວທີ Miss Tourism Metropolitan International 2019 ເຊິ່ງນ້ອງເອງໄດ້ຜ່ານການປະກວດ Miss Universe Laos 2019 ແລະ ໄດ້ດຳລົງຕຳແໜ່ງ Miss Tourism international laos 2019.

ສິ່ງທີ່ຕົນເອງຢາກໄດ້ໃນເວທີນີ້ແມ່ນມີຫຼາຍກວ່າປະສົບການ ເພາະມີທັງມິດຕະພາບດີໆຈາກຜູ້ເຂົ້າປະກວດແຕ່ລະປະເທດໃນທົ່ວໂລກ ແລະ ແນ່ນອນນ້ອງຈະສານຕໍ່ໃນການໃຊ້ຊີວິດຂອງນ້ອງເອງໃນເສັ້ນທາງສາຍນີ້ ເປັນຕົ້ນແມ່ນການວາງຕົວ ຫຼື ການຮັບມືກັບສິ່ງທີ່ບໍ່ຄາດຄິດ.

ຊຸດປະຈໍາຊາດແມ່ນຊຸດ “ ນາງແກ້ວ ” ຈຸດເດັ່ນແມ່ນດ້ານໜ້າຈະເປັນເກັດນາງແກ້ວດ້ວຍລວດລາຍການປັກດິ່ງຫຼວງພະບາງ ຕັ້ງແຕ່ສະໄໝບູຮານນະການ, ທາງດ້ານຫຼັງຈະເປັນເອກະລັກຂອງສັດ ແລະ ສັນຍະລັກຂອງຄວາມເປັນລາວ.

ສໍາລັບການກຽມພ້ອມກ່ອນມື້ຊີງຊະນະເລີດ ແມ່ນການຝຶກຊ້ອມທີ່ວ່າໜັກ ເພາະມີເວລາກຽມຕົວບໍ່ຮອດເດືອນໃນການມາເວທີນີ້ ເປັນຕົ້ນການເວົ້າ, ການວາງຕົວ, ບຸກຄະລິກ ແລະ ທີ່ສຳຄັນແມ່ນການຕອບຄຳຖາມ.

ຂໍຝາກເຊຍ ແລະ ຕິດຕາມ ນ້ອງນິ່ງ ໄດ້ທີ່ເຟສບຸ໊ກສ່ວນຕົວ: N’ning pavina, ແຟນເພຈ໌: Pavina yongvongsitthi ຫຼື Miss Tourism Metropolitan International 2019.

ຂ່າວ: ນຸ້ມນິ້ມ; ຮູບ: N’ning pavina