ອາກາດມື້ນີ້, ຫຼາຍພື້ນທີ່ອຸນຫະພູມລົງຕໍ່າສຸດ 0 ອົງສາ

336

ສະພາບອາກາດໂດຍທົ່ວໄປລວມເວລາ 7:00 ໂມງຂອງວັນທີ 9 ທັນວາ 2019  ມວນອາກາດເຢັນທີ່ປະເທດຈີນໄດ້ເພີ່ມກຳລັງແຮງຂື້ນສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອ ທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອຸນຫະພູມສືບຕໍ່ຫຼຸດລົງ 1 ຫາ 2 ອົງສາ ແລະ ອາກາດໜາວເຢັນຫຼາຍຢູ່ໃນແຕ່ລະພາກ.

ສໍາລັບແຂວງພາກເໜືອ, ແຂວງ ໄຊສົມບູນ  ອຸນຫະພູມດຳດິງລົງເຖິງ 0 ອົງສາ ແລະ ຢູ່ບາງທ້ອງຖີ່ນ ຈົນເຖິງຂັ້ນນໍ້າກ້າມ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້້າ. ສ່ວນພາກກາງ ຫາ ພາກໃຕ້, ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ.

ຂະນະທີ່, ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ລາຍງານພະຍາກອນອາກາດໃນຕອນເຊົ້າຂອງວັນທີ 9 ທັນວາ 2019 ວ່າ ເຂດທີ່ມີອຸນຫະພູມຫຼຸດລົງເກືອບຕິດລົບອັນດັບທຳອິດໄດ້ແກ່: ຊຳເໜືອ, ອຸດົມໄຊ, ໄຊສົມບູນ ອຸນຫະພູມ ວັດແທກໄດ້ 0 ອົງສາ; ຮອງລົງມາແມ່ນ ຊຽງຂວາງ ອຸນຫະພູມ ວັດແທກໄດ້  1 ອົງສາ; ຮອງລົງມາ ວຽງໄຊ,  ຫຼວງນໍ້າທາ, ເມືອງ ສິງ ອຸນຫະພູມຢູ່ທີ່ 2 ອົງສາ; ຖັດລົງມາອີກແມ່ນ ນິຄົມ34, ປາກຊ່ອງ  ວັດແທກໄດ້ 3 ອົງສາ; ໄຊຍະບູລີ 5 ອົງສາ.

*

ສ່ວນ ຜົ້ງສາລີ, ຫຼວງພະບາງ, ເມືອງວຽງທອງ ອຸນຫະພູມວັດແທກໄດ້ 6 ອົງສາ; ວຽງພູຄາ 7 ອົງສາ;  ໂພນໂຮງ ທ່າແຕງ, ດາກຈຶງ ອຸນຫະພູມ ວັດແທກໄດ້ 8 ອົງສາ, ຫຼັກ20 9 ອົງສາ ແລະ ປາກຊັນ 10 ອົງສາ. ສ່ວນນະຄອນຫຼວງວຽງຈັນ ວັດແທກໄດ້ 12 ອົງສາ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ໃຫ້ສືບຕໍ່ຮັກສາສຸຂະພາບ ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ , ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

*