ຮູ້ຈັກ ວິນະດາ ພິສາລາດ ນາງສາວລາວປີ 2019 Miss Laos 2019

197

ຈົບລົງໄປເປັນທີ່ຮຽບຮ້ອຍສໍາລັບຮອບປະກາດຜົນເວທີປະກວດ ນາງສາວລາວປີ 2019 ໃນຄໍ່າຄືນວັນທີ 7 ທັນວາ 2019 ເຊິ່ງໝາຍເລກ ML20 ວິນະດາ ພິສາລາດ ເປັນຄົນຄວ້າມົງກຸດ

ວິນະດາ ພິສາລາດ Vinada Phisalath ອາຍຸ 21 ປີ

ສູງ170ຊັງຕີແມັດ ສັດສ່ວນ32-25-36

ວິນະດາ ພິສາລາດ ເປັນລູກສາວກົກ, ມີນ້ອງສາວ2ຄົນ

4 ປັດຈຸບັນກຳລັງສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະອັກສອນສາດ

ເຫດຜົນທີ່ເລືອກມາປະກວດແມ່ນນ້ອງຢາກຫາປະສົບການໃໝ່ໆ ແລະ ພິສູດຕົວເອງເບິ່ງວ່າຈະມີຄວາມຮູ້ຄວາມກ້າຫານຊຳ່ໃດ ; ອີກຢ່າງຫຼັກໆຄື ນ້ອງຢາກເປັນທູດ ທາງດ້ານວັດທະນະທຳ ເພາະວ່າປີທີ່ແລ້ວມີໂອກາດໄດ້ຮັບທຶນແລກປ່ຽນການສຶກສາຈາກສະຖານທູດຝຣັ່ງປະຈຳລາວແລະນ້ອງໄດ້ໄປເຜີຍແຜ່ຮີດຄອງປະເພນີ ວັດທະນະທຳຂອງປະເທດເຮົາໃຫ້ແກ່ຊາວເອີລົບໄດ້ຮັບຮູ້ນ້ອງຮູ້ສຶກພູມໃຈແລະດີໃຈທີ່ສຸດໃນປີແລ້ວທີ່ໄດ້ຮັບໂອກາດດີໆ. ນ້ອງຈຶ່ງໄດ້ຕັ້ງເປົ້າໝາຍໃນຊີວິດ ວ່າຈະເປັນທູດທາງວັດທະນະທຳໃຫ້ໄດ້ ສະນັ້ນນ້ອງຈຶ່ງກ້າວເຂົ້າມາ ຢູ່ຈຸດໆນີ້ເພາະຫນ້າທີ່ ຂອງ miss laos ກະຄືການເປັນທູດທາງດ້ານວັດທະນະທຳ ເຊິ່ງກົງກັບເປົ້າໝາຍຂອງນ້ອງພໍດີ

ວິນະດາ ພິສາລາດ ຍັງບໍເຄີຍມີຜົນງານບັນເທິງໃດມາກ່ອນ ແລະ ເຂົ້າມາປະກວດເວທີນີ້ເປັນເວທີທຳອິດ

ເຄັບລັບການຮັກສາສຸຂະພາບຂອງນ້ອງກໍຄື ການພັກຜ່ອນໃຫ້ພຽງພໍ ກິນນໍ້າຫຼາຍໆ ແລະທີ່ສຳຄັນຄື ຕ້ອງກິນອາຫານໃຫ້ຄົບ 5 ໝູ່ ແລະອອກກຳລັງກາຍເປັນປະຈຳ

ເວລາຫວ່າງກະຄືການຟັງເພງ ອ່ານນິຍາຍ

ອະນາຄົດຢາກເປັນ ທູດທາງດ້ານວັດທະນະທຳ

ວິນະດາ ພິສາລາດ ມີຄວາມສາມາດໃນການຟ້ອນລຳ