ສະພາແຫ່ງຊາດ ພິຈາລະນາຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ເກືອບ 400 ກໍລະນີ

242

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ປະຈຳວັນທີ 5 ທັນວາ 2019 ໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດແຜນເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ທິດທາງແຜນການປີ 2020, ໂດຍໃນ 10 ເດືອນ 2019 ສະພາໄດ້ພິຈາລະນາຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ເກືອບ 400 ກໍລະນີ. ດ້ານຮອງປະທານສູນກາງແນວລາວສ້າງຊາດສະເໜີໃຫ້ສະພາເອົາໃຈໃສ່ 3 ບັນຫາສຳຄັນ.

ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ກ່າວວ່າ: ໃນປີ 2019 ສະພາແຫ່ງຊາດ ໄດ້ເອົາໃຈໃສ່ປະຕິບັດສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ເຮັດໃຫ້ສາມາດປະສົບຜົນສຳເລັດໃນຫຼາຍດ້ານ ເຊັ່ນ: ສຳເລັດການຮຽບຮຽງບັນດາກົດໝາຍທີ່ໄດ້ຮັບຮອງຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ຈຳນວນ 10 ສະບັບ, ຮັບຮອງເອົາຮ່າງກົດໝາຍທີ່ສະເໜີຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ 8 ສະບັບ ເທົ່າກັບ 61,53% ໃນຈຳນວນ 13 ສະບັບ ຂອງແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2019; ໄດ້ພິຈາລະນາບັນຫາສຳຄັນຕ່າງໆທັງໝົດ 114 ບັນຫາ ແລະ ຮັບຮອງເປັນມະຕິຂອງຄະນະປະຈຳສະພາແຫ່ງຊາດ 50 ສະບັບ; ໄດ້ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ແລະ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII, ເອົາໃຈໃສ່ກວດກາຄົ້ນ ຄວ້າ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ມາຮອດເດືອນຕຸລາ ປະຕິບັດໄດ້ 392 ເລື່ອງ ເທົ່າກັບ 47,57% ຂອງຄຳຮ້ອງທັງໝົດ 824 ເລື່ອງ, ຕ້ອນຮັບ ແລະ ໃຫ້ຄຳປຶກສາແກ່ປະຊາຊົນກ່ຽວກັບຄຳຮ້ອງຂໍຄວາມເປັນທຳ ຈຳນວນ 220 ຄັ້ງ, ໄດ້ສັງລວມຄຳເຫັນຂອງສັງຄົມຜ່ານໂທລະສັບສາຍດ່ວນກອງປະຊຸມສະພາແຫ່ງຊາດ ສົ່ງໃຫ້ບັນດາອົງການລັດທີ່ກ່ຽວຂ້ອງຄົ້ນຄວ້າພິຈາລະນາແກ້ໄຂຕາມລະບຽບການ; ໄດ້ສຳເລັດການສ້າງນິຕິກຳ ເພື່ອເປັນບ່ອນອີງໃຫ້ແກ່ການປະສານງານລະຫວ່າງສະພາແຫ່ງຊາດກັບພາກສ່ວນຕ່າງໆ ຈຳນວນ 2 ສະບັບ.

ນອກນັ້ນ, ຍັງໄດ້ຈັດສຳມະນາ ແລະ ຝຶກອົບຮົມໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ເສນາທິການ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ໄດ້ສ້າງເງື່ອນໄຂໃຫ້ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງໄດ້ພົບປະ ແລະ ເຜີຍແຜ່ຜົນກອງປະຊຸມສະໄໝສາມັນ ເທື່ອທີ 6 ແລະ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ I ໃຫ້ປະຊາຊົນບັນດາເຜົ່າ ໄດ້ຈຳນວນ 2.605 ຈຸດ ແລະ ສະມາຊິກສະພາແຫ່ງຊາດ ໄດ້ເປັນເຈົ້າການລະດົມທຶນຮອນ ແລະ ວັດຖຸສິ່ງຂອງ ມອບໃຫ້ອົງການປົກຄອງທ້ອງຖິ່ນ ເພື່ອຊ່ວຍເຫຼືອປະຊາຊົນ ລວມມູນຄ່າ 2.497 ລ້ານກວ່າກີບ.

ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດຕ່າງໆຂອງສະພາແຫ່ງຊາດ ຕະຫຼອດປີ 2019 ຜ່ານມາ. ພ້ອມທັງສະເໜີ 3 ບັນຫາ ໃຫ້ສະພາແຫ່ງຊາດເອົາໃຈໃສ່ເຊັ່ນ:

1 ເອົາໃຈໃສ່ຕິດຕາມ – ກວດກາການແກ້ໄຂຜົນຂອງການກວດສອບ, ຜົນຂອງການກວດກາໃຫ້ມີຄວາມເດັດຂາດ, ເຂັ້ມງວດ ເພື່ອແກ້ໄຂບັນຫາຫາງສຽງສັງຄົມຕໍ່ຄວາມຮັບຜິດຊອບ, ຈັນຍາບັນ, ຈັນຍາທຳ, ຄວາມບໍ່ໂປ່ງໃສຂອງພະນັກງານຕໍ່ຜູ້ບໍ່ປະຕິບັດຄຳຕັດສິນຂອງສານ, ເອົາໃຈໃສ່ຕິດຕາມ – ກວດກາການຄຸ້ມຄອງຊັບສິນທີ່ຢຶດມາໄດ້ຈາກຜູ້ກະທຳຜິດຍັງບໍ່ລວມສູນ.

2 ຊຸກຍູ້ບັນດາຂະແໜງການອົງການປົກຄອງແຂວງໃນການສ້າງນິຕິກຳລຸ່ມກົດໝາຍໃຫ້ມີ ຄວາມວ່ອງໄວ ເພື່ອເປັນເຄື່ອງມືໃນການເຄື່ອນໄຫວສະກັດກັ້ນແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ.

3 ການລົງພົບປະເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງຕໍ່ຜູ້ມີສິດເລືອກຕັ້ງໃຫ້ໄປຮອດໄປເຖິງເຂດຫ່າງໄກສອກຫຼີກຫຼາຍກວ່າເກົ່າ.

ຂ່າວ: ກາວຊົ່ງ; ຮູບ: ສອນໄຊ