ທັດສະນະການບໍລິຫານທຸລະກິດ SME ໃຫ້ເຕີບໂຕທ່າມກາງການແຂ່ງຂັນສູງ

58

ຫາກສັງເກດໃນໄລຍະຫຼັງໆມານີ້ ບັນດາຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ ( SME ) ໄດ້ຕື່ນຕົວຢ່າງຕັ້ງໜ້າເພື່ອຮັບມືກັບສະພາບເສດຖະກິດໃນປັດຈຸບັນ ໂດຍສະເພາະແມ່ນກ້າວເຂົ້າສູ່ຍຸກເຕັກໂນໂລຊີທັນສະໄໝ 4.0 ໃຫ້ຢູ່ໃນທ່າກຽມພ້ອມ ຫຼື ຄົງຄວາມໄດ້ປຽບຢູ່ຕະຫຼອດເວລາ ເຮັດແນວໃດໃຫ້ທຸລະກິດຂອງຕົນສາມາດດໍາເນີນໄປໄດ້ດີພ້ອມກັບຜົນກໍາໄລຕາມແຜນທີ່ວາງໄວ້ ເຖິງແມ່ນວ່າສະຖານະການຂອງໂລກທີ່ກະທົບໃສ່ບ້ານເຮົາ ເຊິ່ງເປັນປະເທດທີ່ເອື່ອຍອີງການນໍາເຂົ້າສິນຄ້າຢູ່ແລ້ວ ຫາກບໍ່ມີການປັບຕົວກໍອາດເຮັດໃຫ້ທຸລະກິດພົບຄວາມລໍາບາກສົມຄວນ.

ທ່ານ ນາງ ວານິດາ ຊາມຸນຕີ ເຈົ້າຂອງວິສາຫະກິດສ່ວນບຸກຄົນຈະເລີນຊັບ ເຊິ່ງປະກອບທຸລະກິດຂາຍປີ້ຍົນສາຍການບິນພາຍໃນ ໃຫ້ທັດສະນະວ່າ: ຜູ້ປະກອບການຂະໜາດນ້ອຍ ແລະ ກາງ ທີ່ເຄີຍໄດ້ຮັບການຊ່ວຍເຫຼືອຈາກພາກລັດ ຫຼື ອົງການຈັດຕັ້ງຕ່າງໆນັ້ນ ຫາກສັງເກດໃນໄລຍະຫຼັງໆມານີ້ເຫັນວ່າໄດ້ມີການປັບຕົວຫຼາຍພໍສົມຄວນ ໂດຍສະເພາະແມ່ນການຂຽນແຜນເພື່ອໃຫ້ສາມາດເຂົ້າຫາແຫຼ່ງທຶນກູ້ດອກເບ້ຍຕໍ່າ, ການຜະລິດສິນຄ້າເນັ້ນໃສ່ປະລິມານ ແລະ ຄຸນນະພາບຫຼາຍຂຶ້ນ, ມີການເຮັດການຕະຫຼາດອອນລາຍ ແລະ ມີທີ່ປຶກສາອື່ນໆ ເຊິ່ງອັນນີ້ຖືວ່າເປັນຜົນດີຫຼາຍຕໍ່ທຸລະກິດທີ່ກໍາລັງເຮັດຢູ່ໃນປັດຈຸບັນ. ເພາະວ່າຍຸກນີ້ລະບົບເຕັກໂນໂລຊີຂໍ້ມູນ – ຂ່າວສານໄດ້ເຊື່ອມໂຍງ ເຮັດໃຫ້ໂລກເຮົາແຄບເຂົ້າສາມາດຮຽນຮູ້ໄດ້ຫຼາຍຢ່າງທັງໃນອອນລາຍ ແລະ ອັອຟລາຍ, ມີເວລາທີ່ຈະຕ້ອງສ້າງຄວາມເຂັ້ມແຂງໃຫ້ກັບຕົນເອງເພື່ອບໍ່ຈຳເປັນຕ້ອງໄດ້ເພິ່ງພາອາໄສຄົນອື່ນອີກຕໍ່ໄປ.

ສໍາລັບຂ້າພະເຈົ້າບໍ່ແມ່ນນັກທຸລະກິດທີ່ປະສົບຜົນສໍາເລັດ, ແຕ່ຜ່ານການແລກປ່ຽນບົດຮຽນກັບຫຼາຍຄົນຕ່າງກໍໃຫ້ຄຳເຫັນວ່າ: ວິທີການກໍຄືທຸລະກິດ SME ຄວນສຶກສາ ແລະ ເພີ່ມຊ່ອງທາງການຕະຫຼາດຮູບແບບໃໝ່ເພື່ອການສົ່ງອອກທີ່ມີຄວາມໝັ້ນຄົງ ແລະ ຍາວນານ ລວມເຖິງຂັ້ນຕອນຂອງລະບຽບກົດໝາຍ, ຂັ້ນຕອນການດໍາເນີນເອກະສານອື່ນໆ ເຊິ່ງຜູ້ປະກອບການເຫຼົ່ານີ້ມີປະສົບການ, ມີສີມື, ມີທັກສະການສື່ສານ ແລະ ຢູ່ຕະຫຼາດມາດົນຈຶ່ງມີຈຸດໄດ້ປຽບໃນການປັບຕົວໄດ້ສະບາຍ.

ຂະນະທີ່ສະຕາດອັບຍຸກໃໝ່ທີ່ຫາກໍກ້າວເຂົ້າສູ່ວົງການທຸລະກິດ ຖືວ່າກຸ່ມນີ້ເປັນຄົນມີຄວາມຫ້າວຫັນ, ມີ ຄວາມກະຕືລືລົ້ນສູງໃນການເຂົ້າຫາຂໍ້ມູນໃໝ່, ຢູ່ແບບເປັນກຸ່ມ ແລະ ມີການປຶກສາຫາລືເປັນປະຈໍານັ້ນ ຈະຊ່ວຍໃຫ້ທຸລະກິດມີການເຕີບໂຕໄດ້ໄວທີ່ສຸດ ເພາະຍຸກນີ້ລະບົບເຄືອຂ່າຍຈະສ້າງຜົນດີທີ່ສຸດແທນການຢູ່ຢ່າງໂດດດ່ຽວຄືດັ່ງທີ່ຜ່ານມາ.

[ ໂດຍ: ສົມສະຫວິນ ]