ເວນິດສ່ຽງຫຼຸດສະຖານະເມືອງມໍລະດົກໂລກເຫດນໍ້າຖ້ວມດຸ

101

ເນດໂກເຕືອນເມືອງເວນິດກໍາລັງສ່ຽງຫຼຸດສະຖານະການເປັນເມືອງມໍລະດົກໂລກຫາກຍັງບໍ່ສາມາດມີນະໂຍບາຍປ້ອງກັນໄພນໍ້າຖ້ວມທີ່ຮ້າຍແຮງຂຶ້ນທຸກປີໄດ້ດີກວ່ານີ້.

ຄະນະກໍາມາທິການມໍລະດົກໂລກຂອງອົງການສຶກສາວິທະຍາສາດ ແລະ ວັດທະນະທໍາແຫ່ງສະຫະປະຊາຊາດຫຼືຢູເນດໂກອອກແຈ້ງການວ່າ:ຢູເນດໂກມີຄວາມກັງວົນຢ່າງຍິ່ງຕໍ່ການທີ່ບູຮານສະຖານຫຼາຍແຫ່ງໃນເມືອງ ເວນິດທາງຕາເວັນຕົກສຽງເໜືອຂອງປະເທດ ອີຕາລີໄດ້ຮັບຄວາມເສຍຫາຍຢ່າງໜັກຈາກເຫດນໍ້າຖ້ວມກະທັນຫັນທີ່ເກີດຂຶຶ້ນຊໍ້າຊາກໂດຍຫຼຸ້າສຸດເກີດເມື່ອກາງເດືອນ ພະຈິກນີ້ຫຼັງລະດັບນໍ້າທະເລໜູນສູງສຸດໃນຮອບ53ປີ.

ມະຫາວິຫານຊໍາມາໂກຫຼືເຊນມາກ ແລະ ຈະຕຸລັດຊັນມາໂກເຊິ່ງຕັ້ງຢູ່ທາງໜ້າມະຫາວິຫານຈົມຢູ່ໃຕ້ລະດັບນໍ້າສູງເປັນຄັ້ງທີ6ໃນຮອບ1.200ປີ ແລະ ເປັນຄັ້ງທີ4ແລ້ວພາຍໃນໄລຍະເວລາພຽງ2ທົດສະວັດ.

ຄວາມເສຍຫາຍຕໍ່ມະຫາວິຫານດັ່ງກ່າວຈາກນໍ້າຖ້ວມໃນຄັ້ງນີ້ຍາກທີ່ຈະໄດ້ຮັບການບູລະນະເນື່ອງຈາກກະແສນໍ້າທີ່ຖ້ວມເມືອງນັ້ນເປັນນໍ້າທະເລຫຼືນໍ້າເຄັມກັດເຊາະສະຖາປັດຕະຍາກໍາທີ່ເປັນພື້ນໂມເສກ ແລະ ທາງຍ່າງໂດຍຮອບຈົນເສຍຫາຍໂດຍການບູລະນະຕ້ອງໃຊ້ງົບປະມານມະຫາສານ.