ຈະເຮັດໃຫ້ຄົນລາວພູມໃຈໃນຄວາມເປັນລາວ ເຊຍຕົວແທນປະເທດ ປະກວດ Mister Supranational

78

ມາອີກໜຶ່ງກອງປະກວດ ກັບການປະກວດໜຸ່ມຫຼໍ່ ມິດສເຕີ ສຸພາເນເຊີນນໍ 2019 Mister Supranational 2019 ທີ່ຈະຈັດຂຶ້ນທີ່ປະເທດ ໂປແລນ ໃນຕົ້ນເດືອນ ທັນວານີ້.


ຕົວແທນປະເທດລາວເຮົາ ໄດ້ໜຸ່ມ ສິງຄໍາ ພົມມະສອນ ເປັນ Mister Supranational Laos 2019


ສິງຄໍາ ເປັນໜຸ່ມຈາກ ບ້ານ ພັນລໍ, ເມືອງຮ້ຽມ ແຂວງ ຫົວພັນ, ປັດຈຸບັນກໍາລັງສຶກສາຢູ່ທີ່ ຄະນະວິທະຍາສາດ ທໍາມະຊາດ ສາຂາ ວິທະຍາສາດ ຄອມພິວເຕີ ມະຫາວິທະຍາໄລແຫຼ່ງຊາດ.


ສິ່ງຄໍາກ່າວວ່າ: ຮູ້ສຶກດີໃຈຫຼາຍທີ່ໄດ້ເປັນຕົວແທນປະເທດໄປປະກວດໃນເວທີນີ້, ມັນແມ່ນຄວາມຮັບຜິດຊອບທີ່ສໍາຄັນທີ່ສຸດໃນຕອນນີ້, ມັນແມ່ນໂອກາດທີ່ ສິງຄໍາ ຈະໄດ້ຖ່າຍທອດ ວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາໃຫ້ຄົນອື່ນໄດ້ຮັບຮູ້


ພໍ່ແມ່ຂອງສິງຄໍາ ເປັນຜູ້ທີ່ສໍາຄັນທີ່ສຸດ ເພິ່ນບໍ່ໄດ້ມີຖານະຮັ່ງມີ ແຕ່ເພິ່ນເປັນຄົນທີ່ໃຫ້ໂອກາດຂ້ອຍສະເໝີ ໃຫ້ຂ້ອຍຄິດ, ເຮັດໃນສິ່ງທີ່ໃຝຝັ່ນ ໃຫ້ເປັນຄົນສາມາດເບິ່ງແຍງຕົນເອງໄດ້, ບໍ່ເປັນພາລະຂອງຄົນອື່ນ


ເພິ່ນສອນໃຫ້ຂ້ອຍຄິດບວດ, ເບິ່ງໂລກໃນແງ່ບວກ ມັນຈະເຮັດໃຫ້ຂ້ອຍເຂັ້ມແຂງ ແລະ ມີຄວາມໝັ້ນໃຈ.


ໃນນາມເປັນໂຕແທນປະເທດ ຂ້ອຍສັນຍາວ່າ ຂ້ອຍຈະເຮັດສຸດຄວາມສາມາດ, ຈະເຮັດໃຫ້ຄົນລາວພູມໃຈໃນຄວາມເປັນລາວ ຝາກເຊຍໃຫ້ກໍາລັງໃຈສິງຄໍາແນ່ເດີ້ ຮອບຕັດສິນ ວັນທີ 7 ທັນວານີ້.