ສາວຈຽບ ຕົວແທນຈາກແຂວງອຸດົມໄຊ ສູ່ເວທີນາງສາວລາວ

190

ດ້ວຍຮອຍຍິ້ມທີ່ເປັນເອກະລັກຂອງ ສາວຈຽບ ຕົວແທນຈາກແຂວງອຸດົມໄຊ ຈົນຖືກໃຈກໍາມະການໄດ້ເຂົ້າຮອບ 40 ຄົນ ໃນໂຄງການປະກວດ ນາງ ສາວລາວ 2019 ແລະ ພ້ອມທີ່ຈະສ້າງປະສົບການອັນໃໝ່ໃນການກ້າສະແດງອອກຫຼາຍຂຶ້ນນໍາ.

ນາງ ມະນີພອນ ສິງຫາໄຊຍະແສງ ML 26 ຫຼື ຈຽບ ອາຍຸ 24 ປີ ໃຫ້ສໍາພາດວ່າ: ເປັນຕົວແທນມາຈາກແຂວງອຸດົມໄຊ ຈົບການສຶກສາຈາກສະຖາບັນທະນາຄານ ແລະ ກຳລັງສຶກ  ສາຕໍ່ປະລິນຍາຕີ ທີ່ສະຖາບັນ   ຣັຕນະ ສາຂາບໍລິຫານທຸລະກິດປີ 4, ເວທີນີ້ເປັນເວທີ່ອັນຊົງກຽດ ແລະ ເປັນຄວາມໃຝ່ຝັນຂອງແມ່ຍິງລາວຫຼາຍຄົນ ເຊິ່ງເປັນເວທີທີ່ມີພີ່ນ້ອງໝູ່ເພື່ອນຫຼາຍຄົນແນະນຳໃຫ້ເຂົ້າປະກວດຕະຫຼອດມາ, ແຕ່ປະຕິເສດຕະຫຼອດຍ້ອນຄຳວ່າ “ ບໍ່ກ້າ ” ປີນີ້ດ້ວຍຄວາມຢາກຕໍ່ສູ້ກັບຕົນເອງຈຶ່ງຂ້າມຜ່ານຄໍານັ້ນມາ ແລະ ລອງມາສະໝັກຈົນໄດ້ເຂົ້າຮອບ 40 ຄົນ.

ສໍາລັບການກຽມພ້ອມເພື່ອຊະນະໃຈກໍາມະການ ແລະ ມວນຊົນ ກໍຄືກຽມພ້ອມທາງດ້ານຄວາມໝັ້ນໃຈ, ທາງດ້ານສຸຂະພາບ ແລະ ບຸກຄະລິກກະພາບ ດ້ວຍຄວາມຍິ້ມແຍ້ມແຈ່ມໃສ ແລະ ດຶງຄວາມສາມາດຂອງຕົນເອງອອກມາໃຫ້ໄດ້ຫຼາຍທີ່ສຸດ, ສ່ວນຈຸດເດັ່ນຂອງຕົນເອງແມ່ນມາຈາກຮອຍຍິ້ມ, ບຸກຄະລິກກະພາບ ແລະ ເປັນຄົນທີ່ເປີດໂລກພ້ອມທີ່ຈະຮຽນຮູ້ສິ່ງໃໝ່ໆ.

ຄວາມຄາດຫວັງຄືການໄດ້ປະສົບການຄັ້ງໜຶ່ງໃນຊີວິດທີ່ຫາຊື້ຢູ່ໃສບໍ່ໄດ້ ແລະ ຄວາມຮູ້ໃໝ່ໆ ທັງມິດຕະພາບດີໆຈາກໝູ່ເພື່ອນທັງ 40 ນາງສາວ, ໄດ້ຮູ້ຈັກໝູ່ທັງ 18 ແຂວງ, ໄດ້ເອື້ອຍລ້ຽງ ແລະ ທີມງານທີ່ໜ້າຮັກໝົດທຸກຄົນ ເທົ່ານີ້ກໍຖືວ່າເປັນສິ່ງທີ່ດີທີ່ສຸດ ແລະ ເຮັດມັນອອກມາໃຫ້ດີທີ່ສຸດກໍພຽງພໍ.

ເວທີນີ້ຈະເຮັດໃຫ້ຕົນເອງໄດ້ເປີດຄວາມຄິດທີ່ກວ້າງຂຶ້ນໃນການຮຽນສິ່ງໃໝ່ ແລະ ເປັນການເອົາຊະນະໃຈຕົນເອງ.

ສຸດທ້າຍຂໍຂອບໃຈມວນຊົນທີ່ເປັນກຳລັງໃຈຈົນໄດ້ຄະແນນໂຫວດເປັນອັນດັບ 1 ໃນຕອນນີ້ ແລະ ຢາກຂໍໃຫ້ເປັນກໍາລັງໃຈນ້ອງຕໍ່ໄປເລື້ອຍໆຈົນຮອດມື້ຊີງຊະນະເລີດ ໃນວັນທີ 7 ທັນວາ 2019 ທີ່ສູນການຄ້າໄອເຕັກມໍ ຊັ້ນ 7.

ສາມາດສົ່ງກໍາລັງໃຈໃຫ້ ນ້ອງຈຽບ ML 26 ໄດ້ໂດຍຜ່ານການໂຫວດ www.misslaos.la/contestants/ml26 ຫຼື ສາມາດຕິດຕາມຂ່າວສານທາງ FB: jieb singhaxayaseng, IG: JiebbS2 ແລະ ຕິດຕາມຜ່ານ Page: MissLao ນາງສາວລາວ.

( ຂ່າວ: ນຸ້ມນິ້ມ,  ຮູບ: jieb singhaxayaseng )