ທ່ານເຈົ້າແຂວງວຽງຈັນ ໃນຄ້າຍເຍົາວະຊົນທັນວາ

264

ໃນຕະຫຼອດໄລຍະຜ່ານມາຫຼາຍຄົນຈະເຫັນແຕ່ທ່ານເຈົ້າແຂວງໃນມຸມທີ່ເຄັ່ງຂືມ ເນື່ອງຈາກເພິ່ນດຳລົງຕຳແໜ່ງເປັນປະທານສານປະຊາຊົນສູງສຸດກໍ່ຕ້ອງຂືມໄປຕາມໜ້າທີ່ ຕອນນີ້ມາຮັບໜ້າທີ່ເຈົ້າແຂວງວຽງຈັນ ກໍ່ມີມຸມໃໝ່ໃຫ້ເຫັນແບບນີ້ໃນຄ້າຍເຍົາວະຊົນທັນວາ ເພິ່ນມາທັກທາຍນ້ອງນ້ອຍເຍົາວະຊົນແບບເປັນກັນເອງໆ.

ຕາມຂ່າວຈາກເມືອງແກ້ວອຸດົມໃຫ້ຮູ້ວ່າ: ເພື່ອເປັນການສ້າງຂະບວນການຂັບນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 44 ປີ , ວັນສ້າງຕັ້ງເຍົາວະຊົນຄົບຮອບ 64 ປີ ແລະ ເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 03ຂັ້ນຂອງພັກທີ່ຈະເປີດຂຶ້ນໃຫ້ມີຂະບວນຟົດຟື້ນ ເພື່ອເຕົ້າໂຮມສະມາຊິກເຍົາວະຊົນ – ອານຸຊົນເຂົ້າສູ່ການຈັດຕັ້ງກໍ່ຄືຂະບວນການລວມຂອງຊາດ ,ຂອງພັກ ພ້ອມທັງເປັນການເປີດໂອກາດໃຫ້ນ້ອງນ້ອຍເຍົາວະຊົນໄດ້ພົບປະເເລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

ໃນວັນທີ 21 ພະຈິກ 2019 ຜ່ານມານີ້ ຢູ່ທີ່ໂຮງຮຽນມໍປາຍທ່າຊັນເມືອງແກ້ວອຸດົມແຂວງວຽງຈັນ ໄດ້ຈັດກິດຈະກຳຕັ້ງຄ້າຍພົບປະແລກປຽນບົດຮຽນຂອງເຍົາວະຊົນທັນວາ 04 ເມືອງຄື ເມືອງແກ້ວອຸດົມ,ເມືອງໂພນໂຮງ,ເມືອງວຽງຄຳ,ເມືອງທຸລະຄົມ ແລະ 01 ໂຮງຮຽນ ມສ ໂພນໝີ ພາຍໃຕ້ການເປັນປະທານຂອງທ່ານ ນາງ ຈັນທະຄອນ ສິອຳພອນ ກຳມະການສູນກາງຊາວໜຸ່ມ,ກຳມະການພັກແຂວງເລຂາຊາວໜຸ່ມແຂວງວຽງຈັນ.

ເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ,ທ່ານ ວິລະວຸດ ປະກິດ ຮອງເຈົ້າເມືອງໆແກ້ວອຸດົມ ,ທ່ານ ນາງ ພັດທະສອນ ສີຫາປັນຍາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງແກ້ວອຸດົມ, ມີບັນດາເລຂາຊາວໜຸ່ມ 04 ເມືອງ ແລະ ອຳນວຍການໂຮງຮຽນ,ແຂກຖືກເຊີນ ,ຄູ ອາຈານ ແລະ ນ້ອງນ້ອຍເຍົາວະຊົນຂອງແຕ່ລະເມືອງ,ໂຮງຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ນາງ ພັດທະສອນ ສີຫາປັນຍາ ຮອງເລຂາຊາວໜຸ່ມເມືອງໄດ້ຜ່ານບົດລາຍງານຜົນສຳເລັດການຈັດງານຂອງການຕັ້ງຄ້າຍເຍົາວະຊົນທັນວາໃນຄັ້ງນີ້ແມ່ນການປະຕິບັດຕາມເນື້ອໃນຂໍ້ແຂ່ງຂັ້ນ 04 ບຸກຂອງຄະນະຊາວໜຸ່ມປະຊາຊົນປະຕິຫວັດລາວ ,ແມ່ນຍຸດທະສາດໃນການສືກສາອົບຮົມເຍົາວະຊົນອະນຸຊົນຕາມເນື້ອໃນຄຳສອນ 06 ຮັກ 03 ຊັງ ຂອງທ່ານ ຜູ້ນໍ່າ,ເນື້ອໃນຂໍ້ແຂ່ງຂັ້ນ 03 ດີ 04 ຮູ້ຂອງເຍົາວະຊົນທັນວາ

ພ້ອມທັງເປັນການປຸກຈິດສຳນຶກໃຫ້ເດັກນ້ອຍມີນໍ້າໃຈຮັກຊາດ,ຮູ້ເຖີງການປົກປັກຮັກສາ ແລະ ສືບທອດວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ,ສ້າງໂອກາດໃຫ້ແກ່ເຍົາວະຊົນໄດ້ເຂົ້າຮ່ວມແລກປ່ຽນສິນລະປະວັນນະຄະດີ,ແບບແຜນຂອງກອງເຍົາວະຊົນ ແລະ ທັກສະພ້ອມທັງເປັນການຍົກສູງຄວາມສາມາດ ແລະ ພອນສະຫວັນຕ່າງໆກັບໝູ່ເພືອນໃຫ້ເຍົາວະຊົນຍຸກໃໝ່ຫ່າງໄກຈາກຢາເສບຕິດແລະ ກັບສິ່ງແວດລ້ອມ.

ພ້ອມນີ້ກໍ່ໄດ້ເຊີນຄະນະປະທານທ່ຽວຊົມຄ້າຍເຍົາວະຊົນທັນວາເຊິ່ງແຕ່ລະຄ້າຍກໍ່ໄດ້ມີການຈັດວາງສະເເດງແບບຈຳລອງການດຳລົງຊີວິດປະຈຳວັນຂອງບ້ານ, ເມືອງທີ່ມີພື້ນຖານໂຄງລ່າງຄົບຊຸດເປັນຕົ້ນຖະໜົນຫົນທາງ ,ໄຟຟ້ານ້ຳປະປາ ,ສຳນັກງານອົງການຂອງເມືອງ, ໂຮງຮຽນ ,ໂຮງໝໍ ,ສຸກສາລາຕະຫຼອດຮອດເຮືອນຊານຂອງປະຊາຊົນລວມໄປເຖິ່ງການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າທີ່ມີການປູກຝັ່ງລ້ຽງສັດ ,ຫັດຖະກຳ ແລະ ການຫາປາທີຖືກຕ້ອງຕາມປະເພນີຂອງລາວເຮົາ.

 

ໃນພິທີຍັງໄດ້ຮັງຟັງການໂອ້ລົມທ່ານ ຄໍາພັນ ສິດທິດຳພາ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງໆວຽງຈັນ ໄດ້ສະເເດງຄວາມຍ້ອງຍໍຊົມເຊີຍຕໍ່ຄູ – ອາຈານ ,ຄະນະຮັບຜິດຊອບ ແລະ ຫຼານນ້ອຍເຍົາວະຊົນທຸກຄົນ ໄດ້ພ້ອມກັນເອົາໃຈໃສ່ໃຫ້ພິທີດັ່ງກ້າວເກີດຂື້ນ ແລະ ສຳເລັດດ້ວຍດີ ພ້ອມນີ້ທ່ານຍັງໄດ້ເນັ້ນໃຫ້ຫຼານນ້ອຍເຍົາວະຊົນຈົ່ງຕັ້ງໜ້າຝືກຟົນຕົນເອງປະຕິບັດເນື້ອໃນຄຳຂ້ວນຂອງເຍົາວະຊົນ ຂໍ້ແຂງຂັ້ນ 03 ດີ 04 ຮູ້ ແລະ 06 ຮັກ 03 ຊັງ ຂອງເຍົາວະຊົນໃຫ້ປະກົດຜົນເປັນຈີງ.

 

ຂ່າວ: ເມືອງແກ້ວອຸດົມ