ປຸກກີ້ ທິບພາພອນ ສານຝັນຕໍ່ໃນເວທີນາງສາວລາວ 2019

101

ອີກໜຶ່ງສາວດິນແດນໄດໂນເສົາ ໜຶ່ງໃນຜູ້ເຂົ້າປະກວດນາງສາວລາວ 2019 ຫຼື Miss Laos 2019 ໝາຍເລກ 10 ຄື ປຸກກີ້ ທິບພາພອນ ສົມຈະເລີນ ອາຍຸ 17 ປີ, ສ່ວນສູງ 170 ຊັງຕີແມັດ, ສັດສ່ວນ 33 – 26 – 35.

ຕອນນີ້ນ້ອງກໍາລັງຮຽນໂຮງຮຽນ ມ ປາຍ ໂພນສະຫວັນ ແຂວງສະຫວັນນະເຂດ ຊັ້ນ ມ 7 ປັດຈຸບັນຢູ່ບ້ານໄຊຍະມຸງຄຸນ ນະຄອນໄກສອນ ແຂວງສະຫວັນນະເຂດ.

ປຸກກີ້ ບອກວ່າ: ເຫດຜົນທີ່ເລືອກເຂົ້າມາປະກວດນາງສາວລາວປີນີ້ ກໍເພາະເປັນເວທີໜຶ່ງທີ່ເປີດໂອກາດໃຫ້ແມ່ຍິງຂຶ້ນມາສະແດງສັກກະຍະພາບ, ຄວາມຮູ້ – ຄວາມສາມາດ, ສະແດງຄຸນຄ່າຂອງຕົວເອງໃຫ້ສັງຄົມໄດ້ຮັບຮູ້ ແລະ ເປັນເວທີທີ່ໃຫ້ເຍົາວະຊົນໄວໜຸ່ມ ໄດ້ຮຽນຮູ້ເຖິງວັດທະນະທຳ, ຮີດຄອງປະເພນີລາວ.

ຜ່ານມານ້ອງເຄີຍປະກວດນາງສັງຂານສະຫວັນນະເຂດ ປະຈຳປີ 2018 ແລະ ນ້ອງກໍໄດ້ຮັບຕຳແໜ່ງນາງກິນນາລີ ຮອງອັນດັບ 6 ແລະ ກໍເດີນແບບ, ຖ່າຍແບບຕ່າງໆນໍາ.

ສໍາລັບຕົວນ້ອງເອງກໍມີ ຄວາມຄາດຫວັງກັບເວທີນີ້ ເພາະເປັນຄວາມຝັນມາແຕ່ນ້ອຍ ແລະ ຈະພະຍາຍາມເຮັດອອກມາໃຫ້ດີທີ່ສຸດ ເພາະຕັ້ງແຕ່ມື້ທີ່ຈະລົງຄັດເລືອກຂັ້ນແຂວງ ຈົນໄດ້ມາເປັນຕົວແທນຂອງແຂວງ ທຸກສິ່ງທຸກຢ່າງນ້ອງເຮັດມາດ້ວຍໃຈຈິງ ແລະ ມີຄວາມສຸກກັບສິ່ງທີ່ປະຕິບັດຢູ່.

ສ່ວນເຄັດລັບໃນການຮັກສາສຸຂະພາບ ແລະ ຮ່າງກາຍ ສຳລັບຕົວ ປຸກກີ້ ເອງ ກໍບໍ່ມີຫຍັງຫຼາຍ ພຽງແຕ່ດື່ມນ້ຳໃຫ້ຫຼາຍຂຶ້ນ ພັກຜ່ອນໃຫ້ພຽງພໍ ແລະ ອອກກຳລັງກາຍເປັນປະຈຳ.

ເວລາວ່າງສ່ວນໃຫຍ່ແລ້ວ ປຸກກີ້ເອງກໍມັກຈະຫາຄຳສັບໃໝ່, ຄວາມຮູ້ໃໝ່ໆຕາມປຶ້ມຕ່າງໆ ຫຼື ທາງໂຊຊຽວ ເພື່ອພັດທະນາຕົນເອງໃຫ້ຫຼາຍຂຶ້ນ.

ປຸກກີ້ ເປັນລູກຄົນກາງນ້ອງມີເອື້ອຍ ແລະ ນ້ອງຊາຍ.

ເປົ້າໝາຍໃນອະນາຄົດຂອງຕົວ ປຸກກີ້ ແມ່ນຢາກເຂົ້າເຮັດວຽກເປັນພະນັກງານລັດທີ່ສາມາດເບິ່ງແຍງແມ່ ແລະ ຄອບຄົວໄດ້.