ໂລກຮ້ອນກະທົບເສດຖະກິດໂລກໂດຍກົງ

181

ຜົນການວິເຄາະໃໝ່ໃຫ້ຮູ້ວ່າ:ການປ່ຽນແປງຂອງອາກາດໂລກຈະກະທົບເສດຖະກິດໂລກໂດຍກົງ7,9ພັນຕື້ໂດລາພາຍໃນປີ2050ເນື່ອງຈາກຄວາມແຫ້ງແລ້ງ,ນໍ້າຖ້ວມ ແລະ ຜົນຜະລິດທາງກະສິກໍາໄດ້ຮັບຄວາມເສຍຫາຍ.

ດັດຊະນີການປ່ຽນແປງຂອງອາກາດທີ່ວັດແທກຄວາມກຽມພ້ອມຂອງເສດຖະກິດໃຫຍ່82ແຫ່ງຂອງໂລກຊີ້ວ່າ:ຫາກທ່າອ່ຽງຍັງເປັນເຊັນໃນປັດຈຸບັນຕໍ່ໄປອຸນຫະພູມໂລກຮ້ອນຂຶ້ນຈະເຮັດໃຫ້ຈີດີພີຂອງໂລກຫຼຸດລົງ3%ພາຍໃນປີ2050ຈາກ258ພັນຕື້ໂດລາເຫຼືອ250ພັນຕື້ໂດລາ,ປະເທດພັດທະນາແລ້ວມີການປັບຕົວຫຼາຍກວ່າປະເທດດ້ອຍພັດທະນາ;ສະນັ້ນການປ່ຽນແປງຂອງອາກາດຈະເຮັດໃຫ້ຊ່ອງວ່າລະຫວ່າງພັດທະນາແລ້ວກັບດ້ອຍພັດທະນາແຫ່ງຫ່າງກັນອອກໄປ.

ຜົນການວິເຄາະພົບວ່າ:ທະວີບທີ່ມີຄວາມສ່ຽງສູງຄືທະວີບອາຟຣິກາ,ຈີດີພີສ່ຽງຫຼຸດລົງ4,7%,ສ່ວນປະເທດທີ່ສ່ຽງສູງສຸດຄືແອງໂກລາຈີດີພີຫຼຸດລົງ6,1%ຮອງລົງມາຄືນີເຊຣີ5,9%,ເອຢິບ5,5%,ບັງກລາເທດ5,4% ແລະ ເວເນຊູເອລາ5,1%.

ຂະນະທີ່ຣັດເຊຍສ່ຽງຈີດີພີຫຼຸດລົງ5% ແລະ ຈະໄດ້ຮັບຄວາມເດືອດຮ້ອນຫຼາຍທີ່ສຸດໃນໂລກເນື່ອງຈາກຊັ້ນດິນນໍ້າກ້ອນທີ່ເປື່ອຍຈະທໍາລາຍໂຄງສ້າງທໍ່ສົ່ງນໍ້າມັນທີ່ມີຄວາມສໍາຄັນຂອງຣັດເຊຍ.