2 ໜຸ່ມ!! ຈາກແດນນ້ຳຫອມ ວັດໃຈຕິດປີກບິນໂລດແລ່ນໃນອາກາດລອດ “ປະຕູສະຫວັນ”

178

ຮັບຊົມຄລິບວິດີໂອທີ່ຈະສ້າງປາກົດການເຮັດໃຫ້ທຸກທ່ານທີ່ໄດ້ເຫັນຕ້ອງລຸ້ນໄປພ້ອມໆກັບສອງໜຸ່ມຈາກປະເທດຝຣັ່ງ ເຊິ່ງພວກເຂົາໄດ້ຮວບຮວມຄວາມກ້າມາບິນລອດ “ປະຕູສະຫວັນ” ສະຖານທີ່ທ່ອງທ່ຽວຊື່ດັງຂອງຈີນ

ຟຣິເດຣິກ ອີຟສ໌ ຟູເກັນ (Frederic Yves Fugen) ແລະ ວິນເຊນ ຟິລິບ ເຣຟເຟຕ (Vincent Philippe Reffet) ໄດ້ສວມໃສ່ຊຸດເຄື່ອງບິນກ່ອນທີ່ທັ້ງສອງຈະບິນໂລດໂຜນກາງອາກາດເພື່ອລອດ “ປະຕູສະຫວັນ”

ໂດຍນັກບິນທັ້ງສອງໄດ້ບິນຢູ່ໃນກາງອາກາດດ້ວຍຄວາມໄວສູງສຸດ 385 ກິໂລແມັດ/ຊົ່ວໂມງ ກ່ອນທີ່ຈະລອດ “ປະຕູສະຫວັນ” ຂອງພູທຽນເມິນຊານ ຊຶ່ງເປັນປ່ອງພູທີ່ມີຄວາມສູງ 131 ແມັດ ແລະຄວາມກວ້າງ 57 ແມັດ.

ນັບວ່າເປັນການສ້າງປາກົດການທີ່ລຸ້ນລະທຶກ ຄັ້ງທຳອິດຢູ່ພູທຽນເມິນຊານ ເມືອງຈາງເຈຍເຈ້ຍ ຊື່ງເປັນແຫຼ່ງມໍລະດົກໂລກຂອງອົງການຢູເນສໂກ (UNESCO) ແລະເປັນສະຖານທີ່ທ່ອງທ່ຽວຊື່ດັງທີ່ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼາຍໃນແຕ່ລະປີ.

ຂອບໃຈຂໍ້ມູນຈາກ ສຳນັກຂ່າວ: Xinhua