ສາວໄຊຍະບູລີອີກຄົນ ໃນເວທີນາງສາວລາວ 2019 ລັດຕະນະພອນ ຈັນທິບ ໝາຍເລກ 18

60

ອີກໜຶ່ງສາວງາມໃນເວທີປະກວດ ນາງສາວລາວ 2019 ບຸມບິມ ລັດຕະນະພອນ ຈັນທິບ ໝາຍເລກ 18, ປັດຈຸບັນ ອາຍຸ 19 ປີ ຢູ່ບ້ານ ວັງຂາມ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ, ກໍາລັງສຶກສາຢູ່ ສະຖາບັນຍຸຕິທຳພາກເໜືອ ແຂວງຫລວງພະບາງ

ບຸມບິມ ບອກເຫດຜົນທີ່ເຂົ້າມາປະກວດວ່າ: ຍ້ອນຢາກຫາປະສົບການໃໝ່ໆ ໃຫ້ກັບຕົນເອງ ແລະ ຢາກສືບທອດຮີດຄອງປະເພນີຂອງລາວສູ່ສັງຄົມພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ຕົນເອງມີຊື່ສຽງ, ເປັນທີ່ຍອມຮັບໃນສັງຄົມ

ແລະ ເພື່ອຢາກເປັນສ່ວນໜຶ່ງໃນການປົກປັກຮັກສາຮີດຄອງປະເພນີຂອງລາວ ເພື່ອເຮັດໃຫ້ພໍ່ແມ່ ແລະ ຄອບຄົວພູມໃຈໃນຜົນສຳເລັດ ຂອງຕົນເອງ; “ຜ່ານມາເຄີຍປະກວດນາງເຮືອ ຢູ່ແຂວງໄຊຍະບູລີ “ເຄີຍຖ່າຍແບບຢູ່ ຮ້ານທິດາໂຟໂຕ ໄຊຍະບູລີ 1 ຄັ້ງ

ໃນເວທີນີ້ ບຸມບິມ ຄາດຫວັງຢາກເປັນ 1 ໃນ 5 ຄົນສຸດທ້າຍ ນ້ອງຈະໂຊຄວາມສາມາດ ຜ່ານບຸກຄະລິກຂະພາບ, ຕອບຄໍາຖາມ, ນໍາຄວາມຮູ້, ຄວາມສາມາດ ພິບໄຫວຕ່າງໆສະແດງອອກໃຫ້ເໜາະສົມກັບເວທີນີ້ ໂດຍສະເພາະການຟ້ອນລຳວົງລາວ ທີ່ເປັນເອກະລັກ ຮີດຄອງປະເພນີລາວ.

ເຄັດລັບການຮັກສາສຸຂະພາບກໍແມ່ນການກິນອາຫານໃຫ້ຄົບ 5 ໜູ່, ອອກກໍາລັງກາຍໃຫ້ສະໜ່ຳສະເໜີ, ບໍ່ນອນເດິກ, ສໍາລັບຜູ້ຊາຍໃນສະເປັກ ບຸມບິມ ມັນຄົນຂາວ, ສູງ, ນິໄສເປັນຜູ້ນໍາ, ສຸພາບ ເປັນຄົນຈິງໃຈ.

ມີອ້າຍເອື້ອຍນ້ອງນຳກັນ4ຄົນ ນ້ອງເປັນຄົນທີ 3, ໃນອານາຄົດຢາກເປັນນາງແບບ, ນັກສະແດງ