ປະຊາກອນໂລກເປັນເບົາຫວານເພີ່ມຂຶ້ນ

93

ປະຊາກອນໂລກກວ່າ460ລ້ານຄົນຫຼືໂດຍສະເລ່ຍທຸກໆ1ໃນ11ຄົນໃນໄວຜູ້ໃຫຍ່ເປັນເບົາຫວານໃນຂະນະນີ້ໂດຍປັດໄຈຫຼັກເກີດຈາກການດໍາລົງຊີວິດທີ່ສະບາຍເກີນໄປ ແລ ະຂາດການອອກກໍາລັງກາຍ.

ບົດລາຍງານຂອງສະຫະພັນເບົາຫວານສາກົນຫຼືໄອດີເອຟໃຫ້ຮູ້ວ່າ:ປັດຈຸບັນມີຄົນເປັນເບົາຫວານໃນໄວຜູ້ໃຫຍ່ທົ່ວໂລກ463ລ້ານຄົນ ແລະ ຄາດຄະເນວ່າຕົວເລກຈະເພີ່ມຂຶ້ນເປັນ578ລ້ານຄົນໃນ2030 ແລະ 700ລ້ານຄົນໃນປີ2045ກາຍເປັນຄວາມທ້າທາຍມະຫາສານສໍາລັບການປິ່ນປົວ ແລະ ການບໍລິການຈັດການພະຍາດເຊິ່ງຕິດອັນດັບ1ໃນ10ພະຍາດທີ່ເຮັດໃຫ້ຜູ້ຄົນລົ້ມຕາຍຫຼາຍທີ່ສຸດ.

ຈໍານວນຄົນເປັນເບົາຫວານທົ່ວໂລກເພີ່ມຂຶ້ນ38ລ້ານຄົນຈາກການສໍາຫຼວດຄັ້ງກ່ອນໃນປີ2017 ແລະ ກວ່າເຄິ່ງຂອງຄົນເຈັບຢູ່ໃນກຸ່ມຜູ້ໃຫຍ່,ຍັງບໍ່ໄດ້ຮັບການຢືນຢັນທາງການແພດເຊິ່ງຈະເຮັດໃຫ້ມີຄວາມສ່ຽງສູງຂຶ້ນໃນການພະຍາດແຊກຊ້ອນ.

ໄອດີເອຟປະເມີນວ່າ:ຄ່າໃຊ້ຈ່າຍໃນການປິ່ນປົວເບົາຫວານທົ່ວໂລກໃນປີ2019ຢູ່ທີ່ປະມານ760.000ລ້ານໂດລາ.