ໄຊຍະບູລີເລີ່ມປະຕິບັດໂຄງການສົ່ງເສີມຄວາມຮູ້ກ່ຽວກັບການຄົ້ນຄວ້າ ແລະ ພັດທະນາຊົນນະບົດ

107

ພິທີເປີດໂຄງການ ແລະ ເຊັນບົດບັນທຶກຄວາມເຂົ້າໃຈລະ ຫວ່າງພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ກັບສະມາຄົມສົ່ງເສີມຄວາມຮູ້ກ່ຽວກັບການຄົ້ນຄວ້າ ແລະ ພັດທະນາຊົນນະບົດຂອງໂຄງການ. ການຊົມໃຊ້ປ່າຊົມໃຊ້ຂອງບ້ານ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໄດ້ຈັດຂຶ້ນໃນອາທິດຜ່ານມາ ຕາງໜ້າພະແນກກະສິກໍາ ແລະ ປ່າໄມ້    ແຂວງ ໂດຍ ທ່ານ ສົມຫວັງ ແກ້ວວິໄລສັກ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ຕາງໜ້າສະມາຄົມສົ່ງເສີມ ຄວາມຮູ້ກ່ຽວກັບການຄົ້ນຄວ້າ ແລະ ພັດທະນາຊົນນະບົດ ໂດຍທ່ານ ສີສະຫວາດ ຈັນທະລືໄຊ ປະທານສະມາຄົມ RRDPA ເຂົ້າຮ່ວມເປັນສັກຂີພິຍານ, ມີບັນດາຮອງເຈົ້າເມືອງ 5 ເມືອງ, ຜູ້ຕາງໜ້າບ້ານເປົ້າໝາຍ 5 ບ້ານ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການສົ່ງເສີມຄວາມຮູ້ກ່ຽວກັບການຄົ້ນຄວ້າ ແລະ ພັດທະນາຊົນນະບົດ ຈະເລີ່ມຈັດຕັ້ງປະຕິບັດຢູ່ແຂວງໄຊຍະບູລີ ແຕ່ນີ້ເຖິງຕຸລາ ປີ 2020 ໂດຍຈະໄດ້ກໍານົດເອົາ 5 ເມືອງ ຈໍານວນ 5 ບ້ານ ມີປະມານ 1.500 ຄອບຄົວ, ໃຊ້ງົບປະມານທັງໝົດ 906 ລ້ານກວ່າກີບ ເຊັ່ນ: ເມືອງໄຊຍະບູລີ 1 ບ້ານ ຄື: ບ້ານນາມອນ; ເມືອງພຽງ ມີ 1 ບ້ານຄື ບ້ານດອນຕິ້ວ; ເມືອງທົ່ງມີໄຊ ມີ 1 ບ້ານ ຄືບ້ານນາເປືອຍ; ເມືອງປາກລາຍ ມີ 1 ບ້ານ ຄືບ້ານໂພນ ແລະ ເມືອງບໍ່ແຕນ ມີ 1 ບ້ານ ຄືບ້ານບໍ່ແຕນ, ກິດຈະກໍາຂອງໂຄງການທີ່ຈັດຕັ້ງປະຕິບັດຢູ່ໃນ 5 ບ້ານ, 5 ເມືອງຂອງແຂວງໄຊຍະບູລີ ມີຄື: ເຮັດການປະເມີນສະພາບການຕັດໄມ້ ແລະ ການນໍາໃຊ້ໄມ້ ເພື່ອຜົນປະໂຫຍດຈາກປ່າຊົມໃຊ້ຂອງບ້ານເປົ້າໝາຍ, ຈັດກອງປະຊຸມປຶກສາຫາລືຜົນຂອງກິດຈະກໍາ, ດໍາເນີນການທົດສອບກົນໄກການຄວບຄຸມຕ່ອງໂສ້ການສະໜອງໄມ້ສໍາລັບການນໍາໃຊ້ໄມ້ດໍາເນີນທຸລະກິດການຄ້າຈາກປ່າຊົມໃຊ້ຂອງບ້ານຕາມກົດໝາຍປ່າໄມ້ສະບັບປັບປຸງ: ຈັດກອງປະຊຸມປຶກສາຫາລືກັບ 5 ບ້ານ ທີ່ມີການນໍາໃຊ້ປ່າຊົມໃຊ້ຂອງບ້ານ, ສະເໜີຜົນປະໂຫຍດດ້ານການຄ້າໄມ້ຈາກປ່າຊົມໃຊ້ຂອງບ້ານ, ຈັດກອງປະຊຸມວິຊາການກັບ  FLEGT CSO ກ່ຽວກັບການສະເໜີຮ່າງສໍາລັບນິຍາມໄມ້ທີ່ຖືກກົດໝາຍ 4 ໄມ້ທໍາມະຊາດຈາກປ່າຊົມໃຊ້ຂອງບ້ານ 4 ( TLD4 ) ຈັດກອງປະຊຸມເບື້ອງຕົ້ນຂອງໂຄງການໃນການເປີດຕົວໂຄງການສະມາຄົມສົ່ງເສີມຄວາມຮູ້ ກ່ຽວກັບການຄົ້ນຄວ້າ ແລະ ພັດທະນາຊົນນະບົດ ( ສຄພຊ ) ເຫັນໄດ້ ຄວາມສໍາຄັນຕໍ່ແຜນງານທີ່ກ່າວມາຂ້າງເທິງນັ້ນ ເນື່ອງຈາກວ່າກົດໝາຍວ່າດ້ວຍປ່າໄມ້ ກໍໄດ້ລະບຸໄວ້ວ່າ: ປະຊາຊົນມີສິດນໍາໃຊ້ໄມ້ຈາກປ່າທໍາມະຊາດຕາມປະເພນີ. ສະນັ້ນ, ຈຶ່ງໄດ້ເຮັດບົດສະເໜີໂຄງການນໍາໃຊ້ປ່າຊົມໃຊ້ຂອງບ້ານ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ສະເໜີຂໍທຶນຊ່ວຍເຫຼືອລ້າຈາກອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດແຜນງານ FACEU – FLELT ເພື່ອມາຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແນໃສ່ເຮັດໃຫ້ປະຊາຊົນທີ່ຢູ່ກັບປ່າໄມ້ໄດ້ຮັບຜົນປະໂຫຍດໃນການນໍາໃຊ້ໄມ້ຕາມປະເພນີທີ່ບໍ່ແມ່ນການຄ້າ, ໃຫ້ຖືກຕ້ອງຕາມກົດໝາຍບົນພື້ນຖານ, ມີຫຼັກການ, ວິທີການ, ຂັ້ນຕອນ ໃນການຄຸ້ມຄອງຕິດຕາມກວດກາ ແລະ ມີການຢັ້ງຢືນຄວາມຖືກຕ້ອງ ເພື່ອຫຼຸດຜ່ອນການຕັດໄມ້ຜິດກົດໝາຍຢູ່ ສປປ ລາວ ໃຫ້ຫຼຸດລົງ ແລະ ຊຸກຍູ້ສົ່ງເສີມການຕັດໄມ້ໃນຂອບເຂດປ່າຊົມໃຊ້ຂອງບ້ານໃຫ້ຖືກກົດໝາຍ ແລະ ຕິດພັນກັບການຄຸ້ມຄອງປົກປັກຮັກສານໍາໃຊ້ຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ.

[ ຂ່າວ: ບຸນທີ ]