ເມືອງເວນິດຂອງອີຕາລີຈົມນໍ້າມີຜູ້ເສຍຊີວິດແລ້ວ

91

ເຈົ້າເມືອງເວນິດເມືອງທ່ອງທ່ຽວຊື່ດັງຂອງປະເທດ ອີຕາລີປະກາດພາວະສຸກເສີນເຫດການນໍ້າຖ້ວມສະຖານທີ່ທ່ອງທ່ຽວຕິດອັນດັບໂລກສູງ1,8ແມັດສ້າງຄວາມເສຍຫາຍຫຼາຍຮ້ອຍລ້ານປອນ ແລະ ຜູ້ມີເສຍຊີວິດ2ຄົນ.

ເຫດການນໍ້າຖ້ວມມະຫາວິຫານເຊັນມາກ ແລະ ສະຖານທີ່ທ່ອງທ່ຽວຍອດນິຍົມອື່ນໆພາຍໃນເມືອງເວນິດເກືອບຈະເປັນເມືອງບາດານໄດ້ສ້າງຄວາມຕະລຶງໃຫ້ກັບຄົນທົ່ວໂລກ.

.

ສະຖານະການໄພນໍ້າຖ້ວມໃນຄັ້ງຮ້າຍແຮງໜັກທີ່ສຸດໃນຮອບ50ປີເປັນຜົນມາຈາກການປ່ຽນແປງຂອງອາກາດໂລກຫຼືໂລກຮ້ອນ.

ຂະນະທີ່ໂບດບາຊິລິກາຖືກນໍ້າຖ້ວມເປັນຄັ້ງທີ6ໃນຮອບ1.200ປີສ່ວນຮ້ານຄ້າ ແລະ ຮ້ານອາຫານໃນເມືອງ ເວນິດຕ່າງໄດ້ຮັບຜົນກະທົບຈາກນໍ້າຖ້ວມໃນຄັ້ງນີ້ເຖິງວ່າຄົນຈະພາຍາມຂົນຍ້າຍເຄື່ອງຂອງເພື່ອຫຼຸດຄວາມເສຍຫາຍ,ຜູ້ຄົນຕ້ອງຍ່າງລຸຍນໍ້າຖ້ວມໄປຕາມຖະໜົນ.ນອກຈາກນີ້,ໂຮງຮຽນຫຼາຍແຫ່ງຍັງຕ້ອງປິດການຮຽນ-ການສອນຈົນກວ່າລະດັບນໍ້າຈະຫຼຸດລົງ.