10 ວິທີຄິດການຕະຫຼາດຍຸກໃໝ່

63

ການເຮັດການຕະຫຼາດຫຼາຍທ່ານອາດມີແນວຄິດທີ່ແຕກຕ່າງກັນ ເຊິ່ງນັບຕັ້ງແຕ່ການເລືອກຜະລິດຕະພັນຈົນຮອດຂອດການຈຳໜ່າຍ. ແຕ່ໃນມື້ນີ້ຄໍລໍາຕະຫຼາດຈະນຳສະເໜີ 10 ວິທີຄິດດ້ານການຕະຫຼາດຍຸກໃໝ່ ແລະ ອາດຈະນຳໄປປັບໃຊ້ກັບທຸລະກິດການຕະຫຼາດຂອງທ່ານໄດ້ ມີດັ່ງນີ້:

1 ການຜະລິດສິນຄ້າຕ້ອງຫາສັນຍະລັກ: ສັນຍະລັກທີ່ສື່ຄວາມໝາຍໃຫ້ເຂົ້າໃຈງ່າຍທີ່ສຸດກໍຄື “ ຮູບ ” ເພາະຄົນຈະຈື່ຈຳໄດ້ດີກວ່າອ່ານຕົວໜັງສື. ດັ່ງນັ້ນ, ຖ້າຈະນຳສະເໜີດ້ວຍຮູບພາບຕ້ອງຄຳນຶງຢູ່ສະເໝີວ່າຕ້ອງເປັນທີ່ສົນໃຈ ແລະ ຈັບໃຈຄົນເບິ່ງຫຼາຍທີ່ສຸດ.

2 ປຽບທຽບ: ຍຸກໃໝ່ນີ້ຈະເຫັນນ້ຳສົ້ມສົດຂະໜາດ 1 ລິດ ທີ່ຂາຍຕາມຮ້ານຄ້າ ເຊິ່ງຂ້າງຂວດນອກຈາກຈະລະບຸວິຕາມິນຊີທີ່ເປັນປະໂຫຍດຕໍ່ຮ່າງກາຍແລ້ວ ຍັງມີການປຽບທຽບວ່ານ້ຳສົ້ມຂວດດັ່ງກ່າວດື່ມແລ້ວເທົ່າກັບໝາກກ້ຽງ 24 ໜ່ວຍ ຫຼື ແມ່ນແຕ່ລະບົບກັນຂະໂມຍລົດທຽບກັບການໃຊ້ ລປພ ຫຼາຍສິບຄົນ.

3 ສະແດງຜົນຮັບ: ການຂາຍສິນຄ້າຕ້ອງປ່ຽນຄວາມຕ້ອງການໃຫ້ເປັນຄວາມຈຳເປັນລູກຄ້າຈຶ່ງຈະເຫັນຄຸນຄ່າ. ສະນັ້ນ, ຜູ້ປະກອບການສາມາດສະທ້ອນຜົນໄດ້ຮັບຈາກການໃຊ້ສິນຄ້າ ຫຼື ຖ້າບໍ່ໃຊ້ເກີດບັນຫາແນວໃດເພື່ອກະຕຸ້ນໃຫ້ກຸ່ມເປົ້າໝາຍຮີບຕັດສິນໃຈຊື້ສິນຄ້າດັ່ງກ່າວ.

4 ຂ້າມສາຍພັນ: ມີຄົນໂຄສະນານິຍາມແນວຄິດສ້າງສັນວ່າ ການນຳແນວ ຄວາມຄິດຂອງຜະລິດຕະພັນໜຶ່ງຂ້າມມາໃຊ້ກັບຜະລິດຕະພັນໜຶ່ງ ໝາຍຄວາມວ່າທ່ານສາມາດປະຍຸກທັງຮູບແບບຂອງສິນຄ້າ ຫຼື ແນວທາງການຕະຫຼາດຂອງຜະລິດຕະພັນທີ່ປະສົບຜົນສຳເລັດໃນຕະຫຼາດມາກ່ອນມາໃຊ້ກັບສິນຄ້າຂອງທ່ານເບິ່ງ ອາດສ້າງປະໂຫຍດບໍ່ຫຼາຍກໍໜ້ອຍຕໍ່ຍອດຂາຍຂອງທ່ານ.

5 ດີກວ່າຄູ່ແຂ່ງ: ການນຳຈຸດແຂງຂອງຕົນເອງໄປທຽບກັບຄູ່ແຂ່ງ ແຕ່ຕ້ອງລະມັດລະວັງເລື່ອງການຟ້ອງຮ້ອງແຜນການຕະຫຼາດແບບນີ້ກໍຖືວ່າຍັງມີການໃຊ້ຫຼາຍ.

6 ສິນຄ້າທີ່ຜະລິດມາຕ້ອງສາມາດແກ້ໄຂບັນຫາ: ການຜະລິດສິນຫຼາຍຢ່າງລ້ວນແຕ່ແນໃສ່ເພື່ອແກ້ໄຂບັນຫາໃນການໃຊ້ຊີວິດປະຈຳວັນຂອງຜູ້ຊື້ໃຫ້ຄວາມສະດວກສະບາຍຫຼາຍທີ່ສຸດ ຈຶ່ງຈະເຮັດໃຫ້ດຶງເອົາລູກຄ້າມາຊື້ສິນຄ້າຂອງທ່ານ.

7 ເບິ່ງແງ່ມຸມໃໝ່: ບາງເທື່ອສິ່ງທີ່ເຮົາເຫັນຈົນລຶ້ງຕາກໍບໍ່ເຮັດໃຫ້ເກີດຄວາມຮູ້ສຶກໜ້າສົນໃຈ ຫຼື ຕື່ນເຕັ້ນ, ລອງປັບທັດສະນະຄະຕິສ້າງແງ່ມຸມໃໝ່ໆໃຫ້ລູກຄ້າ ແລ້ວຈະຮູ້ວ່າຄວາມແຕກຕ່າງເປັນແນວໃດ?.

8 ປັບຕົວເຂົ້າກັບສື່: ການປັບຕົວໃຫ້ເຂົ້າກັບສະຖານະການ ແລະ ເຂົ້າກັບສື່ຕ່າງໆທີ່ເກີດຂຶ້ນ ຍ່ອມສົ່ງຜົນເຮັດໃຫ້ການຕະຫຼາດເຮົາບໍ່ຕົກຍຸກ.

9 ສື່ໃໝ່: ຍຸກນີ້ເປັນຍຸກເຕັກໂນໂລຊີຄວນຄິດຫາວິທີເອົາທຸລະກິດໄປຢູ່ໃນໂລກອິນເຕີເນັດເພາະນັບມື້ຄົນໃຊ້ຈະເພີ່ມຂຶ້ນ.

10 ດຶງກຸ່ມເປົ້າໝາຍເຂົ້າມາມີສ່ວນຮ່ວມ: ທຸລະກິດຍຸກນີ້ບໍ່ໄດ້ຂາຍສິນຄ້າກັນຢ່າງດຽວ ແຕ່ເນັ້ນສ້າງປະສົບການທີ່ດີນຳຫາວິທີທີ່ຈະໃຫ້ກຸ່ມເປົ້າໝາຍເຂົ້າມາມີສ່ວນຮ່ວມໃນການຈັດກິດຈະກຳ ເຊັ່ນ: ໂຄສະນາ ຫຼື ຈັດກິດຈະກຳແຈກໂຊກໃຫ້ລູກຄ້າມີສ່ວນຮ່ວມ.

( ຂໍ້ມູນ: geniustraining.co.th )