ນັກວິເຄາະຊີ້ອິນເດຍຕັດສິນໃຈຜິດຖອນຕົວຈາກອາເຊັບ

95

ນັກວິເຄາະສ່ວນໃຫຍ່ມີຄວາມຄິດເຫັນວ່າການຕັດສິນໃຈບໍ່ຮ່ວມລົງນາມຄວາມຕົກລົງອາເຊັບໃນກອງປະຊຸມອາຊຽນທີ່ຫາກໍຈົບລົງໄປເມື່ອບໍ່ດົນມານີ້ຂອງອິນເດຍເປັນການຕັດສິນໃຈຜິດພາດໂດຍສະເພາະໃນໄລຍະເວລານີ້ທີ່ມີປັດໄຈສ່ຽງ ແລະ ຄວາມທ້າທາຍທາງເສດຖະກິດຫຼວງຢ່າງ.

ອິນເດຍມີຄວາມກັງວົນໃນເລື່ອງການເປີດຕະຫຼາດເນື່ອງຈາກກັງວົນວ່າເມື່ອຫຼຸດພາສີນໍາເຂົ້າຕາມຂໍ້ຕົກລົງແລ້ວ,ສິນຄ້າຈີນຈະເຂົ້າໄປເຈາະຕະຫຼາດອິນເດຍ.ສະນັ້ນ,ລັດຖະບານອິນເດຍຈຶ່ງຍື່ນຂໍ້ຕໍ່ລອງຂໍໃຫ້ມີລະບົບປ້ອງກັນການຖືກຍາດແຍ່ງຕະຫຼາດພາຍໃນ ແລະ ຂໍໃຫ້ປະເທດສະມາຊິກຫຼຸດການສະກັດກັ້ນໃນເລື່ອງຂອງແຮງງານ ແລະ ການບໍລິການ,ແຕ່ຂໍ້ຮຽກຮ້ອງຂອງອິນເດຍບໍ່ໄດ້ຮັບການຕອບສະໜອງໃນການເຈລະຈາຢູ່ປະເທດ ໄທໃນໄລຍະກອງປະຊຸມອາຊຽນທີ່ຜ່ານມາ.

ເມື່ອຊັ່ງນໍ້າໜັກລະຫວ່າງຂໍ້ຕົກລົງອາເຊັບກັບຜົນປະໂຫຍດທີ່ປະຊາຊົນອິນເດຍຈະໄດ້ຮັບແລ້ວ,ອິນເດຍບໍ່ໄດ້ຮັບການຕອບສະໜອງໃນດ້ານບວກ.ອິນເດຍບໍ່ໄດ້ຮັບຫຼັກປະກັນໃນເລື່ອງການເປີດຕະຫຼາດ ແລະ ເລື່ອງຂໍ້ຕົກລົງທີ່ບໍ່ກ່ຽວກັບການຄ້າ,ສະນັ້ນອິນເດຍຈະຂໍເຈລະຈາເພີ່ມເຕີມຕໍ່ໄປ.

ອິນເດຍຍັງຕາມຫຼັງຫຼາຍປະເທດໃນເລື່ອງການເປີດຕະຫຼາດ,ສິນຄ້າທີ່ອິນເດຍກັງວົນເຖິງຜົນກະທົບຕໍ່ຜູ້ຜະລິດພາຍໃນປະເທດຄືນົມ ແລະ ເນີຍຈາກອົດສະຕຣາລີ ແລະ ນູແວນເຊລັງ,ລົດຈາກອາຊຽນ ແລະ ທີ່ສໍາຄັນທີ່ສຸດຄືສິນຄ້າອຸດສາຫະກໍາຈາກຈີນ.