ວັອດແອັບ ສາມາດສະແກນລາຍນິ້ວມືເພື່ອລັອກອິນໄດ້ແລ້ວ

2321

ວັອດແອັບ ( WhatsApp ) ສາມາດລັອກອິນ ( log in ) ດ້ວຍການສະແກນລາຍນິ້ວມືຜ່ານໂທລະສັບມືຖືແອນດຣອຍ ( Android ) ໄດ້ແລ້ວ. ກ່ອນອື່ນຕ້ອງອັບເດດແອັບຜ່ານທາງ PlayStore ແລ້ວຕາມດ້ວຍຕັ້ງຄ່າເພື່ອເປີດໃຊ້ງານລັອກອິນດ້ວຍການສະແກນລາຍນິ້ວມື.

ຫຼັງຈາກອັບເດດວັອດແອັບໃຫ້ເປັນເວີຊັນໃໝ່ແລ້ວກໍເປີດແອັບຂຶ້ນມາ. ຈາກນັ້ນ, ໃຫ້ກົດຈຸດ 3 ຈຸດ ບໍລິເວນມຸມຂວາເບື້ອງເທິງ ແລ້ວເລືອກການຕັ້ງຄ່າ – ເລືອກບັນຊີ – ຄວາມເປັນສ່ວນຕົວ – ຕໍ່ດ້ວຍເລືອກການລັອກດ້ວຍລາຍນິ້ວມື – ແລ້ວເລື່ອນສະວິດ on ທີ່ປົດລັອກດ້ວຍລາຍນິ້ວມື ລະບົບຈະເຊີນໃຫ້ທ່ານໃສ່ລາຍນິ້ວມື ເພື່ອບັນທຶກລາຍນິ້ວມືໄວ້.

ເມື່ອສະແກນລາຍນິ້ວມືສຳເລັດທ່ານສາມາດເລືອກໄດ້ວ່າ ຈະໃຫ້ລັອກອັດຕະໂນມັດຈັກນາທີ ພຽງເທົ່ານີ້ການໃຊ້ ວັອດແອັບ ຈະປອດໄພຫຼາຍຂຶ້ນ.

[ ໂດຍ: ສົມລົດ ]

ທີ່ມາ: https://www.it24hrs.com/2019/whatsapp-fingerprint-lock/