ຈາກຝັນທີ່ບໍ່ທໍ້ຂອງ ໜຸ່ມຄໍາເລາະ ຈົນກາຍເປັນຂວັນໃຈສັງຄົມ

106

ບັນດານັກຮ້ອງ ຫຼື ນັກສະແດງຫຼາຍໆຄົນ ກວ່າຈະມາຮອດຈຸດນີ້ບໍ່ແມ່ນເລື່ອງທໍາມະດາ. ສິ່ງສໍາຄັນຄືຄວາມອົດທົນ ແລະ ພະຍາຍາມເຮັດອອກມາໃຫ້ດີທີ່ສຸດ. ໜຸ່ມຄໍາເລາະ ເຫາະເຫີນ ກໍເຊັ່ນກັນທີ່ຕ້ອງຜ່ານຈຸດນັ້ນມາຈົນສັງຄົມຍອມຮັບໃນມື້ນີ້.

ອ້າຍ ອະທິພົງ ສິຣິນາທານ ຫຼື ຄໍາເລາະ ເຫາະເຫີນ ໃຫ້ສໍາພາດວ່າ: ກວ່າຕົນເອງຈະມາຮອດຈຸດນີ້ທັງເປັນນັກຮ້ອງ ຫຼື ນັກສະແດງ ນອກຈາກຄວາມສາມາດສະເພາະຕົວແລ້ວ ຍັງຕ້ອງມີການພົວພັນກັບອີກຫຼາຍໆຢ່າງທັງກະແສສັງຄົມ, ແຟນໆ ແລະ ອື່ນໆອີກຫຼາຍຢ່າງ. ໃນນາມທີ່ເປັນຄົນໜຶ່ງໃນວົງການບັນເທີງລາວ ບໍ່ແມ່ນເລື່ອງງ່າຍທີ່ຈະມາຢູ່ຈຸດນີ້ໄດ້ ເພາະຕົນເອງກໍເຄີຍທໍ້ແຕ່ບໍ່ເຄີຍຖອຍ ທຸກຢ່າງຕ້ອງມີອຸປະສັກ ແລະ ບັນຫາມາໃຫ້ແກ້ໄຂຢູ່ເລື້ອຍໆ ເຊິ່ງບັນຫາເຫຼົ່ານັ້ນຈະກາຍເປັນຈຸດປ່ຽນໃຫ້ເຮົາເຂັ້ມແຂງ ແລະ ຜ່ານສິ່ງນັ້ນມາໄດ້.

ນອກຈາກນີ້, ກໍຢາກໃຫ້ກໍາລັງໃຈສັງຄົມ ຫຼື ນ້ອງໆທີ່ມີ ຄວາມໃຝ່ຝັນ ບໍ່ວ່າຈະເປັນນັກຮ້ອງ ແລະ ນັກສະແດງຕົນເອງກໍຢາກໃຫ້ຄໍາແນະນໍາເພື່ອໃຫ້ກໍາລັງໃຈສູ້ຕໍ່ ຖ້າມີ ຄວາມຝັນຂໍໃຫ້ຍ່າງຕໍ່ໄປຜ່ານຜ່າອຸປະສັກ, ມີຄວາມອົດທົນ, ມີຄວາມຕັ້ງໃຈ, ມີຄວາມສາມາດ, ມີຄວາມກ້າສະແດງອອກ ແລະ ຜ່ານສິ່ງທ້າທາຍອື່ນໆ. ຖ້າມີໂອກາດກໍຢາກໃຫ້ຄວ້າໄວ້ ຜ່ານການປະກວດໃນເວທີຕ່າງໆສິ່ງນັ້ນຈະເປັນຕົວສ້າງຈຸດແຂງໃຫ້ກັບເຮົາ ແລະ ຍັງເພີ່ມຄວາມກ້າໃນການສະແດງອອກໃຫ້ນ້ອງໆເພີ່ມຂຶ້ນນໍາ.

ຂໍຂອບໃຈທີ່ແຟນໆຕິດຕາມ ແລະ ໃຫ້ກໍາລັງໃຈຕົນເອງມາຕະຫຼອດ ເຊິ່ງຕົນເອງກໍມີພຽງຄວາມຫ່ວງໄຍທີ່ແຟນເພງໂທເຂົ້າມາຖາມ ຈຶ່ງຢາກບອກຕໍ່ເຖິງຄວາມຝັນກວ່າຈະມາເປັນ ຄໍາເລາະ ເຫາະເຫີນ ໃນມື້ນີ້. ຝາກທັງຜົນງານເພງເກົ່າ ແລະ ໃໝ່ ໃຫ້ແຟນໆຕິດຕາມກັນເລື້ອຍໆ ໃນໄວໆນີ້ກໍຍັງມີຜົນງານການສະແດງຮູບເງົາຮ່ວມກັບປະເທດໄທ ໃຫ້ຕິດຕາມກັນແນ່ເດີ.

ສາມາດຕິດຕາມຂໍ້ມູນ – ຂ່າວສານໄດ້ທາງເຟສບຸ໊ກສ່ວນຕົວ: Athiphong Sirinathan ຫຼື ຕິດຕາມຜົນງານເພງໄດ້ທາງຊ່ອງຢູທູບ: TK soundlao Soundlao.

[ ຂ່າວ: ນຸ້ມນິ້ມ; ຮູບ: ຄໍາເລາະ ເຫາະເຫີນ ]