ສາວກົມຕໍາຫລວດຄຸມຂັງ-ດັດສ້າງ ໃນເວທີນາງສາວລາວ 2019 ສຸກສາຄອນ ພົນລັດ

187

ມາທີ່ກອງປະກວດສາວງາມອີກໜຶ່ງເວທີ ກັບເວທີປະກວດ ນາງສາວ 2019 ຫຼື Miss Laos 2019 ທີ່ມີສາວງາມຈາກທົ່ວປະເທດເຂົ້າຮ່ວມສະໝັກ ແລະ ເຜີຍ ໂສມໜ້າ 40 ຜູ້ເຂົ້າຮອບໄປເປັນທີ່ຮຽບຮ້ອຍໃນອາທິດແລ້ວນີ້.

ມື້ນີ້ຂໍແນະນໍາໜຶ່ງສາວງາມໃນຜູ້ເຂົ້າປະກວດ ໝາຍເລກ 27 ຈາກແຂວງ ໄຊຍະບູລີ, ນາງ ສຸກສາຄອນ ພົນລັດ ຫຼື ເຄ (N’khay Phonlath) ອາຍຸ 19 ປີ, ສູງ 168 ຊັງຕີແມັດ, ສັດສ່ວນ 31-26-35.

ເກີດທີ່ ບ້ານໂພນສະອາດ ເມືອງພຽງ ແຂວງໄຊຍະບູລີ, ປັດຈຸບັນເຮັດວຽກຢູ່ກົມຕໍາຫລວດຄຸມຂັງ-ດັດສ້າງ.
ເຄ ບອກວ່າ: ເຫດຜົນທີ່ເລືອກມາປະກວດແມ່ນມີຄວາມໄຝ່ຝັນແຕ່ຍັງນ້ອຍແລະກະຢາກມາຫາປະສົບການໃຫມ່ໆຄວາມຮູ້ໃຫມ່ໆໃຫ້ກັບຕົນເອງ ເພາະບໍ່ເຄີຍມີຜົນງານທາງດ້ານບັນເທິງມາກ່ອນ.

ຄວາມຄາດຫວັງໃນເວທີນີ້ກໍຄືຢາກເປີດໂອກາດໃຫ້ໂຕເອງໄດ້ສະແດງອອກໃນທາງທີ່ຕົນເອງມັກ ແລະ ຢາກສົ່ງເສີມສີໄມ້ລາຍມືຂອງຄົນລາວໃຫ້ຊາວຕ່າງຊາດໄດ້ຮັບຮູ້ ຖ້າມີໂອກາດ!

ສໍາລັບຄວາມສາມາດທີ່ນ້ອງມີແມ່ນ ດ້ານການຫຍິບປັກຖັກແສ່ວ, ການຫຍິບປັກຖັກແສ່ວຍັງໄດ້ບົ່ງບອກເຖິງຄວາມເປັນລາວຄວາມສວຍສົດງົດງາມ ແລະ ບົ່ງບອກເຖິງສັດທະນະທຳທີ່ດີງາມຂອງຊາດລາວ.

ນ້ອງຈະເຜີຍແຜ່ ຖ່າຍທອດຄວາມເປັນລາວຂອງແມ່ຍິງ ທີ່ອ່ອນໂຍນ ແຕ່ບໍ່ອ່ອນແອ ຮັກໃນວັດທະນະທໍາ ຮີດຄອງປະເພນີຂອງຊາດລາວ ຄວາມຮູ້, ຄວາມສາມາດຕ່າງໆທີ່ແມ່ຍິງລາວເຮັດໄດ້ ເຜີຍແຜ່ໃຫ້ຄົນພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້.

ສ່ວນເຄັດລັບໃນການຮັກສາສຸຂະພາບແລະຮ່າງກາຍແມ່ນພັກຜ່ອນໃຫ້ພຽງພໍຫມັ່ນອອກກຳລັງກາຍແລະກິນອາຫານທີ່ເປັນປະໂຫຍດຕໍ່ສຸຂະພາບ
ເວລາວ່າງແມ່ນມັກອ່ານຂ່າວປະກົດການຫຍໍ້ທໍ້ຂອງສັງຄົມ ແລະອອກກຳລັງກາຍ

ຜູ້ຊາຍໃນສະເປັກແມ່ນມັກຜູ້ຊາຍທີ່ໂຕສູງກວ່າ ຮັກທີ່ເຮົາເປັນໂຕຂອງໂຕເອງ ແລະຮັກຄອບຄົວຂອງເຮົາ. ປັດຈຸບັນແມ່ນພັກຢູ່ບ່ອນເຮັດວຽກ ບ້ານຕານປ່ຽວ ມີເອື້ອຍນ້ອງນຳກັນ3ຄົນ ນ້ອງເປັນຄົນກາງ ເປົ້າຫມາຍໃນຊີວີດຄື ຢາກຮຽນໃຫ້ສູງໆ ແລະ ມີທຸລະກິດເປັນຂອງຕົນເອງເພື່ອໄວ້ລ້ຽງຄອບຄົວແລະຊ່ວຍເຫຼືອຄົນທີ່ຂາດເຂີນ.


.

.


.