ການກໍ່ສ້າງຂົວຂ້າມນ້ຳຮຸ່ງ ຄືບໜ້າເກືອບ 60%

97

ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຮຸ່ງ 2 ແຫ່ງ ຂອງເມືອງໄຊຍະບູລີ ແຂວງໄຊຍະບູລີ ທີ່ລົງມືກໍ່ສ້າງມາແຕ່ຕົ້ນເດືອນມັງກອນ 2019 ຮອດປັດຈຸບັນມີ ຄວາມຄືບໜ້າ 57,26% ຂອງໜ້າວຽກທັງໝົດ ໂດຍແມ່ນ ບໍລິສັດ MCE Gmbh ຈາກປະເທດໂອຕຣິດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າການກໍ່ສ້າງ 6,1 ລ້ານເອີໂຣ ຫຼື ເທົ່າກັບ 59,17 ຕື້ກີບ.

ທ່ານ ສົມບູນ ບຸນຈະເລີນ ຫົວໜ້າໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຮຸ່ງ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຮຸ່ງ ຈໍານວນ 2 ແຫ່ງ ຄື: ຈຸດຂ້າມລະຫວ່າງ ບ້ານທ່ານາ ຫາ ບ້ານນາຍາວ ແລະ ຈຸດຂ້າມບ້ານນາເລົາ ຫາ  ບ້ານນາຕໍໃຫຍ່, ຂົວທັງ 2 ແຫ່ງ ມີຄວາມກວ້າງ 10,50 ແມັດ, ມີ 2 ຊ່ອງຈະລາຈອນ, ມີຄວາມກວ້າງຊ່ອງລະ 3,75 ແມັດ, ມີທາງຄົນຍ່າງ 2 ຂ້າງ ແຕ່ລະຂ້າງກວ້າງ 1,50 ແມັດ, ຂົວດັ່ງກ່າວຖືກອອກແບບເປັນສາມໄລຍະ ຄື: ຄວາມຍາວໄລຍະທີ່ໜຶ່ງ 28,50 ແມັດ, ໄລຍະທີ່ສອງເປັນໄລຍະກາງນໍ້າ ມີຄວາມຍາວ 46,40 ແມັດ ແລະ ໄລຍະທີ່ສາມ ມີຄວາມຍາວ 28,50 ແມັດ ລວມລວງຍາວທັງໝົດຂອງຂົວແຕ່ລະແຫ່ງແມ່ນ 103,40 ແມັດ, ໂຄງສ້າງປະກອບດ້ວຍໂຄງເຫຼັກໂຕ I ສອງຄານ ແລະ ເຊື່ອມກັນດ້ວຍຄານຂວາງຕາມໄລຍະຫ່າງທີ່ແນ່ນອນ, ດ້ານລຸ່ມເປັນຄອນກຣີດເສີມເຫຼັກ, ດ້ານເທິງຂອງຄານຈະຖືກຢຶດດ້ວຍຄອນກຣີດເສີມເຫຼັກສໍາເລັດຮູບ ( ແຜ່ນໜ້າຂົວມີຄວາມໜາ 0,4 ແມັດ ), ໜ້າຂົວປູຄອນກຣີດເສີມເຫຼັກ ແລະ ປູອັດສະຟານປົກໜ້າ ເຊິ່ງມີຄວາມໜາ 5 ຊັງຕີແມັດ ສາມາດຮັບນໍ້າໜັກໄດ້ 50 ໂຕນ.

ປັດຈຸບັນການກໍ່ສ້າງແມ່ນສໍາເລັດ 57,26% ຄາດວ່າການກໍ່ສ້າງຈະໃຫ້ສໍາເລັດພາຍໃນຕົ້ນເດືອນມິຖຸນາ 2021 ມູນຄ່າການກໍ່ສ້າງແມ່ນ 6,1 ລ້ານເອີໂຣ ຫຼື ເທົ່າກັບ 59,17 ຕື້ກີບ, ເງິນດັ່ງກ່າວແມ່ນກູ້ຢືມບໍ່ມີດອກເບ້ຍ ຈາກທະນາຄານ Unicredit bank Austris AG ປະເທດໂອຕຣິດ ແລະ ແມ່ນ ບໍລິສັດ MCE Gmbh ຈາກປະເທດໂອຕຣິດ ເປັນຜູ້ຮັບເໝົາກໍ່ສ້າງ, ຂົວທັງສອງແຫ່ງດັ່ງກ່າວເມື່ອກໍ່ສ້າງສໍາເລັດຈະອໍານວຍຄວາມສະດວກໃຫ້ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ນັກຮຽນ – ນັກສຶກສາທີ່ອາໄສຢູ່ສອງຟາກຝັ່ງຂອງແມ່ນໍ້າຮຸ່ງໄດ້ໄປ – ມາຫາສູ່, ຄ້າຂາຍ ແລະ ປະຕິບັດໜ້າທີ່ວຽກງານທາງລັດຖະການໄດ້ສະດວກ ແລະ ຖ່ວງທັນກັບເວລາ.

[ ໂດຍ: ອຸ່ນເຮືອນ ໂພທິລັກ ]