ບໍລິສັດ ເຄເຄ  ທຸ່ມງົບ 3 ລ້ານໂດລາ ເຂົ້າສຶກສາເພືຶ່ອພັດທະນາສະຖານທີ່ທ່ອງທ່ຽວອ່າງນໍ້າງື່ມ1

144

ບໍລິສັດ ເຄເຄ ບໍລິການ ຈໍາກັດ ເຫັນທ່າແຮງການທ່ອງທ່ຽວແຂວງວຽງຈັນທີ່ຈະເພີ່ມຂຶ້ນໃນອະ ນາຄົດ ຈຶ່ງຕັດສິນໃຈລົງທຶນສຶກສາ-ສໍາຫຼວດຄວາມເປັນໄປໄດ້ໃນການພັດທະນາສະຖານທີ່ທ່ອງທ່ຽວຕາກອາກາດ ແລະ ຫ້ອງປະຊຸມຢູ່ເທິງໜ້ານໍ້າຂອງອ່າງນໍ້າງື່ມ1 (ເຄິ່ງເຂດໂສກປາແກ້ວ) ເມືອງແກ້ວອຸດົມ ແຂວງວຽງຈັນ. ດ້ານປະທານບໍລິສັດເປີດເຜີຍ ຄາດວ່າໃຊ້ງົບ 3 ລ້ານໂດລາ ແລະ ຄາດວ່າຈະເລີ່ມສຶກສາ-ສໍາຫຼວດໃນປີ 2020.

ທ່ານ ຄໍາບີ້ ລັດຕະນະວົງ ປະທານບໍລິສັດ ບໍລິສັດ ເຄເຄ ບໍລິການ ຈໍາກັດ ກ່າວວ່າ: ຂ້າພະເຈົ້າມີຄວາມສົນໃຈຢາກພັດທະນາສະຖານທີ່ທ່ອງທ່ຽວຢູ່ອ່າງນໍ້າງື່ມ1 ໂດຍສະເພາະຢູ່ເຄີ່ງເຂດໂສກປາແກ້ວ ເມືອງທຸລະຄົມ ແຂວງວຽງຈັນ ຖືວ່າເປັນບ່ອນເໝາະສົມທີ່ຈະສ້າງເປັນເຮືອນພັກຕາກອາກາດ ແລະ ຫ້ອງປະຊຸມທັນສະໄໝເພື່ອຮອງຮັບການຈັດງານແບບຄົບວົງຈອນ ທັງນີ້ກໍ່ເພື່ອອໍານວຍຄວາມສະດວກແກ່ນັກທ່ອງທ່ຽວກໍ່ທີ່ຄາດວ່າຈະເພີ່ມຂຶ້ນໃນອະນາຄົດ ໂດຍສະເພາະແມ່ນ ສປ ຈີນ, ເອີຣົບ, ອາເມຣິກາ ແລະ ບັນດາປະເທດອາຊຽນ.

ຂໍ້ມູນຂອງພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ໃຫ້ຮູ້ວ່າ: ສໍາລັບເຂດສຶກສາສໍາຫຼວດຄວາມເປັນໄປໄດ້ຂອງການພັດທະສະຖານທີ່ທ່ອງທ່ຽວດັ່ງກ່າວ ມີເນື້ອທີ່ນ່ານນໍ້າ 20 ພັນຕາແມັດ ແລະ ດິນແຄມນໍ້າ 2.500 ຕາແມັດ; ພາຍຫຼັງບໍລິສັດສໍາເລັດການສຶກສາ-ສໍາຫຼວດ, ອອກແບບໂຄງການ, ສ້າງບົດວິພາກເສດຖະກິດ-ເຕັກນິກ, ບົດປະເມີນສິ່ງແວດລ້ອມ ແລະ ສັງຄົມເບື້ອງຕົ້ນແລ້ວ ບໍລິສັດຈຶ່ງສະເໜີມາຍັງແຂວງເພື່ອພິຈາລະນາອະນຸມັດ ຈາກນັ້ນຈຶ່ງກ້າວເຂົ້າສູ່ການເຊັນສັນຍາພັດທະນາໂຄງການໃນຂັ້ນຕໍ່ໄປ.

ທ່ານ ຄໍາບີ້ ລັດຕະນະວົງ ເປີດເຜີຍຕື່ມວ່າ: ພວກເຮົາຈະເລີ່ມລົງມືສຶກສາ-ສໍາຫຼວດໃນປີ 2020 ຖັດຈາກນັ້ນກໍ່ລົງມືກໍ່ສ້າງໃຫ້ສໍາເລັດພາຍໃນ 2 ປີ ດ້ວຍມູນຄ່າການລົງທຶນທັງໝົດປະມານ 3 ລ້ານໂດລາ.

ສໍາລັບແຂວງວຽງຈັນ ພວກເຮົາຍັງມີແຜນຢາກພັດທະນາແຫຼ່ງທ່ອງທ່ຽວຢູ່ເມືອງກາສີ ແລະ ເມືອງເຟືອງ ເພື່ອຮອງຮັບແຂກຈາກ ສປ ຈີນ ພາຍຫຼັງໂຄງການທາງລົດໄຟລາວ-ຈີນ ທັງເປັນການສົ່ງເສີມການທ່ຽວໃນອະນາຄົດ. ທ່ານ ຄຳບີ້ ລັດນະນະວົງ ກ່າວ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວ ຈັດຂຶ້ນໃນວັນທີ 30 ຕຸລາ ທີ່ພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ; ຕາງໜ້າແຂວງວຽງຈັນລົງນາມໂດຍທ່ານ ສຸກັນ ວິໄລຣັດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ, ທ່ານ ຄຳຟອງ ບົວທອງ ຫົວໜ້າພະແນກ ຖວທ, ທ່ານ ຄຳສະເຫວີຍ ພົມມະຈັນ ເຈົ້າເມືອງແກ້ວອຸດົມ.

ສ່ວນຝ່າຍບໍລິສັດໂດຍທ່ານ ຄໍາບີ້ ລັດຕະນະວົງ ປະທານບໍລິສັດ ບໍລິສັດ ເຄເຄ ບໍລິການ ຈໍາກັດ, ທ່ານ ນາງ ເຄືອວັນ ຄຳພັນ ຮອງປະທານບໍລິສັດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສິງຄຳ ຄົງສະຫວັນ, ທ່ານ ດາວເຮືອງ ນັນທາວົງ, ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງວຽງຈັນ ພ້ອມດ້ວຍແຂກທັງສອງຝ່າຍເຂົ້າຮ່ວມ.