ການເກັບກູ້ເຂົ້ານາປີຂອງຊາວກະສິກອນ ຢູ່ເມືອງເງິນໄດ້ແລ້ວ 40%

189

ອີງຕາມການລາຍງານຈາກໜ່ວຍງານປູກຝັງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງເງິນ ແຂວງໄຊຍະບູໃນຄັ້ງວັນທີ 25 ຕຸລາ 2019 ໃຫ້ຮູ້ວ່າ ການເກັບກ່ຽວເຂົ້ານາປີຂອງຊາວກະສິກອນ ຢູ່ເມືອງເງິນ ແມ່ນໄດ້ລົງມືເກັບກ່ຽວມາແຕ່ຕົ້ນເດືອນຕຸລາ 2019 ມາ ຮອດປັດຈຸບັນສຳເລັດແລ້ວ 40% ຂອງເນື້ອທີ່ທັງໜົດ 707,73 ເຮັກຕາ ຄາດວ່າຈະໃຫ້ສໍາເລັດທ້າຍເດືອນພະຈິກ 2019 ນີ້ 100%.ໄປພ້ອມໆກັບ ການເກັບກ່ຽວເຂົ້ານາປີ ຊາວກະສິກອນຍັງໄດ້ສຸມໃສ່ ເກັບກູ້ພືດລະດູຝົນ, ເປັນຕົ້ນ ແມ່ນໜາກເດືອຍ, ສາລີແຂງ ແລະ ພືດອື່ນໆ ສຳເລັດແລ້ວ 23 % ຂອງເນື້ອທີ່ທັງໝົດ 6.552 ເຮັກຕາ.


ຖ້າທຽບໃສ່ປີຜ່ານມາ ການເກັບກ່ຽວເຂົ້ານາປີ ແມ່ນມີຄວາມຫຼ້າຊ້າ ເນື່ອງຈາກວ່າດິນຟ້າກາດບໍ່ເອື້ອອຳນວຍຄວາມສະດວກ ເກີດມີໄພແຫ້ງແລ້ງ, ສັດຕູພືດທຳລາຍຜົນລະປູກ ເຮັດໃຫ້ ການເກັບກູ້ຜົນຜະລິດບໍ່ໄດ້ຮັບໝາກຜົນດີເທົ່າທີ່ຄວນ .


ພາຍຫຼັງສໍາເລັດການເກັບກູ້ພືດລະດູຝົນແລ້ວ ທາງຫ້ອງການທີ່ກ່ຽວຂ້ອງ ຍັງຈະໄດ້ພ້ອມກັນລົງຊຸກຍູ້ສົ່ງເສີມ ໃຫ້ພໍ່ແມ່ປະຊາຊົນ ປູກພືດລະດູແລ້ງ ໃຫ້ໄດ້ 677 ເຮັກຕາ; ເປັນຕົ້ນແມ່ນ ໝາກໂມໃຫ້ໄດ້ 250 ຮຕ ,ໝາກແຕງ,ສາລີຫວານ,ຜັກບົວ,ຜັກທຽມ, ໝາກເພັດ ແລະ ໜາກເຂືອ ໃຫ້ເປັນຂະບວນຟົດຟື້ນ ກວ້າງຂວາງກວ່າປີຜ່ານມາ.

ໂດຍ: ອິນແປງ ແຫວນຄຳ